ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເປັນ​ປະ​ທານກອງ​ປະ​ຊຸມ​ຜ່ານ​ທາງ​ອອນ​ລາຍ​ທົ່ວ​ປະເທ​ດ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ EVFTA

(VOVWORLD) -ຕອນເຊົ້າວັນທີ 06 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຜ່ານທາງອອນລາຍທົ່ວປະເທດກ່ຽວກັບການຜັນຂະຫຍາຍແຜນການປະຕິບັດສັນຍາການຄ້າເສລີ  ຫວຽດນາມ - EU.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເປັນ​ປະ​ທານກອງ​ປະ​ຊຸມ​ຜ່ານ​ທາງ​ອອນ​ລາຍ​ທົ່ວ​ປະເທ​ດ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ EVFTA - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ທີ່ກອງປະຊຸມ

ເຂົ້າຮ່ວມຍັງມີການນຳຂອງບັນດາອົງການພັກ, ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງ, ທ້ອງຖິ່ນ, ບັນດາເອກອັກຄະລັດຖະທູດ ແລະ ຫົວໜ້າຄະນະຜູ້ຕາງໜ້າຂອງບັນດາປະເທດ EU, ບັນດາສະຫະສະມາຄົມ ແລະ ວິສາຫະກິດດີເດັ່ນຂອງ ຫວຽດນາມ ແລະ EU.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊວັນຟຸກ ຕີລາຄາວ່າ ສັນຍາການຄ້າເສລີ  ຫວຽດນາມ - EU ມີປະກອບສ່ວນ 3.25% ໃຫ້ແກ່ການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນໄລຍະ 5 ປີທຳອິດ; ເພີ່ມຂຶ້ນ 5% ໃນ 5 ປີຕໍ່ໄປ ແລະ 7% ໃນ 5 ປີ ຫຼັງຈາກນັ້ນ.

ເພື່ອຮັບປະກັນການປະຕິບັດສັນຍາໃຫ້ຄົບຖ້ວນ, ຄົບຊຸດ ແລະ ມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ປະກາດໃຊ້ແຜນການປະຕິບັດສັນຍາຂອງລັດຖະບານດ້ວຍ 5 ກຸ່ມເນື້ອໃນໃຫຍ່ລວມມີ: ທີ 1 ແມ່ນວຽກງານໂຄສະນາ, ເຜີຍແຜ່ຂໍ້ມູນກ່ຽວກັບສັນຍາການຄ້າເສລີ  ຫວຽດນາມ - EU ແລະ ຕະຫຼາດຂອງບັນດາປະເທດ EU; ທີ 2 ແມ່ນວຽກງານສ້າງກົດໝາຍ, ລະບອບລະບຽບການ; ທີ 3 ແມ່ນບັນດາມາດຕະການຍົກສູງກຳລັງຄວາມສາມາດແກ່ງແຍ້ງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ; ທີ 4 ແມ່ນແຜນນະໂຍບາຍ ແລະ ນະໂຍບາຍສຳລັບອົງການກຳມະບານ ແລະ ບັນດາອົງການຂອງຜູ້ອອກແຮງງານຢູ່ຮາກຖານວິສາຫະກິດ; ທີ 5 ແມ່ນນະໂຍບາຍຮັບປະກັນຊີວິດສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ. ທ່ານກ່າວວ່າ: 

Eu ຍາມໃດກໍ່ແມ່ນຕະຫຼາດທີ່ມີຄວາມຮຽກຮ້ອງຄຸນນະພາບ ແລະ ມາດຕະຖານສູງສຳລັບສິນຄ້າ, ການບໍລິການ. ດັ່ງນັ້ນ, ສັນຍາການຄ້າເສລີຫວຽດນາມ - EU ໄດ້ສ້າງກາລະໂອກາດໃຫ້ຫວຽດນາມ ປ່ຽນແປງຮູບແບບການເຕີບໂຕ, ຊຸກຍູ້ບັນດາວິສາຫະກິດຫວຽດນາມຍົກລະດັບຕົນເອງ ປະຕິບັດບັນດາລະບຽບການໃໝ່ທີ່ຍາກກ່ວາເພື່ອລົງເລິກກ່ວາ, ບືນຕົວຂຶ້ນສູ່ບັນດາຂັ້ນຕອນທີ່ມີມູນຄ່າສູງກ່ວາໃນລະບົບສະໜອງ, ຈຳໜ່າຍຂອງ EU ແລະ ທົ່ວໂລກ. ສິ່ງດັ່ງກ່າວນີ້ມີຄວາມໝາຍສຳຄັນສຳລັບຫວຽດນາມໃນສະພາບການທີ່ມີກຸ່ມວິສາຫະກິດຂະໜາດໃຫຍ່ຂອງ Eu ຫຼາຍແຫ່ງພວມຫັນທິດການລົງທຶນ, ຫັນລະບົບສະໜອງການຜະລິດສິນຄ້າເປັນຫຼາຍຮູບຫຼາຍແບບ.

ຕອບກັບ

ຂ່າວ/ບົດ​ອື່ນ