ທ່ານນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ແມ່ນຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີ Roman Golovchenko ມາຢ້ຽມຢາມ ຫວຽດນາມ ນັບແຕ່ເມື່ອຮັບດຳລົງຕຳແໜ່ງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1(ທີ່ການພົບປະເຈລະຈາ)

        ຕອນເຊົ້າວັນທີ 08 ທັນວາ, ຢູ່ທຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສ.ເບລາຣຸດ Roman Golovchenko ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 06 – 09 ທັນວາ. ນີ້ແມ່ນຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີ Roman Golovchenko ມາຢ້ຽມຢາມ ຫວຽດນາມ ນັບແຕ່ເມື່ອຮັບດຳລົງຕຳແໜ່ງ. ການຢ້ຽມຢາມດຳເນີນໄປໃນສະພາບການທີ່ 2 ປະເທດໄດ້ສະເຫຼີມສະຫຼອງ 31 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1992 – 2023) ແລະ 66 ປີທີ່ປະທານ ໂຮ່ຈີມິນ ໄປຍັງ Minsk ເປັນຄັ້ງທຳອິດ (1957 – 2023).

        ຄາດວ່າ, ໃນລາຍການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ພ້ອມກັບການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ Roman Golovchenko ຈະໄດ້ພົບປະເຈລະຈາກັບການນຳຂັ້ນສູງຂອງພັກ, ລັດ ຫວຽດນາມ ເພື່ອປຶກສາຫາລືກ່ຽວກັບການຊຸກຍູ້ການຮ່ວມມື ຫວຽດນາມ - ເບລາຣຸດ ໃນໄລຍະຈະມາເຖິງ, ກໍຄືບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ Roman Golovchenko ກໍ່ຈະໄປຢ້ຽມຢາມທ້ອງຖິ່ນຈຳນວນໜຶ່ງຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ