ທ່ານນາຍົກລັດຖະມົນຕີ ອັງກິດ ຮຽກຮ້ອງ ອີຢູ ຍົກເລີກມາດຕາສະກັດກັ້ນ ເພື່ອຫຼີກລ້ຽງ Brexit ບໍ່ມີຂໍ້ຕົກລົງ

(VOVWORLD) - ວັນທີ 24 ສິງຫາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຖືວ່າ: ສະຫະພາບ ເອີຣົບ (ອີຢູ) ຄວນຍົກເລີກມາດຕາສະກັດກັ້ນ ອຽກລັງ ເພື່ອຫຼີກລ້ຽງ Brexit (ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ) ບໍ່ມີຂໍ້ຕົກລົງ.
ທ່ານນາຍົກລັດຖະມົນຕີ ອັງກິດ ຮຽກຮ້ອງ ອີຢູ ຍົກເລີກມາດຕາສະກັດກັ້ນ ເພື່ອຫຼີກລ້ຽງ Brexit ບໍ່ມີຂໍ້ຕົກລົງ - ảnh 1 ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson

        ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ຝຣັ່ງ, ທ່ານປະທານສະພາ ເອີຣົບ Donald Tusk ຖະແຫຼງວ່າ: ທ່ານຈະບໍ່ຮ່ວມມືກ່ຽວກັບເລື່ອງ Brexit ບໍ່ມີຂໍ້ຕົກລົງ. ທ່ານ Donald Tusk ໃຫ້ຮູ້ວ່າ: ຈະພ້ອມແລ້ວທີ່ຈະຮັບຟັງບັນດາຄຳຄິດເຫັນຈາກທ່ານ  Boris Johnson ກ່ຽວກັບວິທີຫຼີກລ້ຽງ Brexit ບໍ່ມີຂໍ້ຕົກລົງໃນການພົບປະລະຫວ່າງ 2 ຝ່າຍໃນວັນທີ 25 ສິງຫາ ຢູ່ນອກກອງປະຊຸມສຸດຍອດ G7.

ຕອບກັບ

ຂ່າວ/ບົດ​ອື່ນ