ທ່ານນາຍົກລັດຖະມົນຕີ ອົດສະຕາລີ ຢ້ຽມຢາມ ຈີນ ຊຸກຍູ້ການພົວພັນດ້ານການຄ້າ

(VOVWORLD) -ໃນການຢ້ຽມຢາມ ທ່ານນາຍົກລັດຖະມົນຕີ ອົດສະຕາລີ ຈະເຮັດວຽກກັບຜູ້ຕາງໜ້າໃນບັນດາຂົງເຂດດຳເນີນທຸລະກິດ, ທ່ອງທ່ຽວ ແລະ ກິລາ ຢູ່ຊຽງໄຮ້ ແລະ ຊືຈວານ

ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ໄດ້ເລີ່ມຕົ້ນການຢ້ຽມຢາມ ຈີນ ແຕ່ວັນທີ 13 ກໍລະກົດ, ເພື່ອປັບປຸງການພົວພັນດ້ານການຄ້າລະຫວ່າງ 2 ປະເທດ. ໃນຂອບເຂດການຢ້ຽມຢາມເປັນເວລາ 1 ອາທິດ, ຄາດວ່າ, ການນຳ ອົດສະຕາລີ ຈະມີບັນດາການພົບປະຂັ້ນສູງກັບທ່ານປະທານປະເທດ ຈີນ, ທ່ານນາຍົກລັດຖະມົນຕີ ແລະ ກຳມະການໃຫຍ່ຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ.

ຕາມແຈ້ງການຂອງຫ້ອງວ່າການນາຍົກລັດຖະມົນຕີ ອົດສະຕາລີ ແລ້ວ, ຄາດວ່າ, ໃນການຢ້ຽມຢາມ ທ່ານນາຍົກລັດຖະມົນຕີ ອົດສະຕາລີ ຈະເຮັດວຽກກັບຜູ້ຕາງໜ້າໃນບັນດາຂົງເຂດດຳເນີນທຸລະກິດ, ທ່ອງທ່ຽວ ແລະ ກິລາ ຢູ່ຊຽງໄຮ້ ແລະ ຊືຈວານ, ພ້ອມກັນນັ້ນກໍເຂົ້າຮ່ວມກອງປະຊຸມໂຕະມົນກັບຜູ້ອຳນວຍການຝ່າຍບໍລິຫານ ຢູ່ນະຄອນຫຼວງ ປັກກິ່ງ ໃນວັນທີ 15 ກໍລະກົດ.

ບົດຂຽນທີ່ໄດ້ລົງພິມໃນໜັງສືພິມ ຊິນຮວາ ວັນທີ 13 ກໍລະກົດ ໃຫ້ຂໍ້ສັງເກດວ່າ, ການພົວພັນລະຫວ່າງ ຈີນ - ອົດສະຕາລີ ພວມ “ປົວແປງໃຫ້ເປັນປົກກະຕິ" ແລະ ມີ “ກຳລັງໜູນໃໝ່”. 2 ຝ່າຍສາມາດບັນລຸຄວາມວັດທະນາຖາວອນລວມ ດ້ວຍການຄຸ້ມຄອງບັນດາຄວາມແຕກໂຕນຜ່ານ “ການເຄົາລົບເຊິ່ງກັນແລະກັນ ແລະ ສຸມໃສ່ຜົນປະໂຫຍດລວມ”.

ຕອບກັບ

ຂ່າວ/ບົດ​ອື່ນ