ທ່ານນາຍົກລັດຖະມົນຕີ ເຢຍລະມັນ ສືບຕໍ່ຫນູນຊ່ວຍດ້ານການເງິນໃຫ້ແກ່ ຢູແກຼນ

(VOVWORLD) -ວັນທີ 9 ທັນວາ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ໃຫ້ຄຳໝັ້ນສັນຍາສືບຕໍ່ຫນູນຊ່ວຍດ້ານການເງິນ ແລະ ການທະຫານໃຫ້ແກ່ ຢູແກຼນ ພ້ອມທັງເນັ້ນຫນັກວ່າ ບັນດາຂໍ້ຕົກລົງຈະໄດ້ຍົກອອກມາ ເພື່ອແນໃສ່ສ້າງເງື່ອນໄຂເພື່ອໃຫ້ ແບກແລງ ສືບຕໍ່ຊ່ວຍເຫລືອ ກີແອບ.

ທ່ານນາຍົກລັດຖະມົນຕີ ເຢຍລະມັນ ສືບຕໍ່ຫນູນຊ່ວຍດ້ານການເງິນໃຫ້ແກ່ ຢູແກຼນ - ảnh 1ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ກ່າວຄຳເຫັນທີ່ການຖະແຫລງຂ່າວໃນວັນທີ 11 ຕຸລາ ປີ 2023 ຢູ່ແບກແລງ. ພາບ:AFP/TTXVN

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ພັກປະຊາທິປະໄຕສັງຄົມ(SPD), ທ່ານນາຍົກລັດຖະມົນຕີ ເຢຍລະມັນຊີ້ແຈ້ງວ່າ ວິກິດການດ້ານງົບປະມານຈະບໍ່ສະກັດກັ້ນໄດ້ນະໂຍບາຍຫນູນຊ່ວຍຂອງເຢຍລະມັນ ທີ່ສະຫງວນໃຫ້ແກ່ ຢູແກຼນ. ປະຈຸບັນ ເຢຍລະມັນ ແມ່ນເສົາຄ້ຳການຊ່ວຍເຫລືອໃຫຍ່ທີສອງຂອງ ຢູແກຼນ ພາຍຫລັງ ອາເມລິກາ.

          ຄຳຖະແຫລງດັ່ງກ່າວຂອງນາຍົກລັດຖະມົນຕີ ເຢຍລະມັນ ໄດ້ຍົກອອກມາໃນສະພາບ ລັດຖະບານພັນທະມິດຂອງທ່ານ ພວມປະເຊີນຫນ້າກັບບັນດາບັນຫາໃຫຍ່ໃນຄວາມມານະພະຍາຍາມຊອກແຫລ່ງງົບປະມານຢ່າງພຽງພໍເພື່ອອຸປະຖຳໃຫ້ແກ່ບັນດາແຜນການໃຊ້ຈ່າຍຂອງລັດຖະບານປີ 2024. 

ຕອບກັບ

ຂ່າວ/ບົດ​ອື່ນ