ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ ຮຽ​ກ​ຮ້ອງການ​ສ້າງລະ​ບົບ​ ປ້ອງ​ກັນ​ອ​າ​ກາດ ລວມ ໃຫ້​ແກ່ ສະ​ຫະ​ພາບ ເອີ​ລົບ

(VOVWORLD) - ທ່ານນາຍົກລັດຖະມົນຕີ ໂປໂລຍ ເນັ້ນໜັກເຖິງຄວາມສຳຄັນຂອງລະບົບປ້ອງກັນອາກາດ ທີ່ນັບມື້ນັບ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ສຳລັບ ໂປໂລຍ ເຊິ່ງແມ່ນປະເທດຕິດກັບ ຢູແກຼນ ແລະ ໄດ້ເຫັນປະຈັກຕາ ກໍລະນີ ລູກສອນໄຟບິນເຂົ້າ ນ່ານຟ້າຂອງປະເທດນີ້. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ ຮຽ​ກ​ຮ້ອງການ​ສ້າງລະ​ບົບ​ ປ້ອງ​ກັນ​ອ​າ​ກາດ ລວມ ໃຫ້​ແກ່ ສະ​ຫະ​ພາບ ເອີ​ລົບ - ảnh 1ທ່ານ Donald Tusk ນາຍົກລັດຖະມົນຕີ ໂປໂລຍ (ພາບ: Reuters)

ວັນທີ 23 ພຶດສະພາ, ທ່ານ Donald Tusk ນາຍົກລັດຖະມົນຕີ ໂປໂລຍ ແລະ ທ່ານ Kyriakos Mitsotakis  ນາຍົກລັດຖະມົນຕີ ເກຼັກ ໄດ້ສົ່ງຈົດໝາຍມາຍັງ ຄະນະກຳມະການເອີລົບ (EC) ຮຽກຮ້ອງການສ້າງລະບົບປ້ອງກັນອາກາດໃນທົ່ວເອີລົບ.

ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ໂປໂລຍ ເນັ້ນໜັກເຖິງຄວາມສຳຄັນຂອງລະບົບປ້ອງກັນອາກາດ ທີ່ນັບມື້ນັບ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ສຳລັບ ໂປໂລຍ ເຊິ່ງແມ່ນປະເທດຕິດກັບ ຢູແກຼນ ແລະ ໄດ້ເຫັນປະຈັກຕາ ກໍລະນີ ລູກສອນໄຟບິນເຂົ້າ ນ່ານຟ້າຂອງປະເທດນີ້. ທ່ານ ແບ່ງປັນຕື່ມອີກວ່າ EC ໄດ້ມີປະຕິກິລິຍາ ຢ່າງຕັ້ງໜ້າຕໍ່ ການຫັນລະບົບປ້ອງກັນອາກາດຕ້ານລູກສອນໄຟ ກາຍເປັນໜ້າທີ່ລວມຂອງ ເອີລົບ, ເຖິງຢ່າງໃດກໍຕາມ ທ່ານກໍ່ຍອມຮັບວ່າ ນີ້ແມ່ນແຜນການທີ່ຮຽກຮ້ອງຕ້ອງການແຫຼ່ງການເງິນ ທີ່ໃຫຍ່ຫຼວງ. ໃນສື່ສັງຄົມອອນໄລຂອງຕົນ, ທ່ານນາງ Ursula von der Leyen ປະທານ EC ໄດ້ເຫັນດີຕໍ່ການສະເໜີນີ້ ພ້ອມທັງຢັ້ງຢືນວ່າຕ້ອງຈຳກັດການແບ່ງແຍກ, ທ່ານນາງຮຽກຮ້ອງໃຫ້ທຸກປະເທດສະມາຊິກ ສະຫະພາບ ເອີລົບ (EU) ຕ້ອງມີບັນດາໂຄງການລວມ ໃນນັ້ນ ມີການສ້າງລະບົບປ້ອງກັນອາກາດຢູ່ໃນລະດັບທົ່ວເອີລົບ ຄືການສະເໜີຂອງ ໂປໂລຍ ແລະ ເກຼັກ.

ຕອບກັບ

ຂ່າວ/ບົດ​ອື່ນ