ທ່ານນາຍົກລັດຖະມົນຕີກຳປູເຈຍSamdech Hunsen ສືບຕໍ່ການ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີກຳປູເຈຍSamdech Hunsen ສືບຕໍ່ການ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ນາຍົກລັດຖະມົນຕີ ກຳປູເຈຍ ແລະ ນາຍົກລັດຖະມົນຕີ ຫວຽດນາມ
(ພາບ: AFP )


(vovworld) – ​ໂດຍສືບ​ຕໍ່​ການຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ວັນ​ທີ 27/12, ທ່ານນາຍົກລັດຖະມົນຕີ ກຳປູ​ເຈຍ Hunsen ​ໄດ້​ໄປວາງ​ພວງ​ມາລາຢູ່ ອະນຸສາວະລີ​ບັນດານັກຮົບ​ວິລະ​ຊົນເສຍສະຫຼະຊີວິດ​ເພື່ອ​ຊາດ ​ແລະ ​ເຂົ້າຄຳ່​ນັບສຸສານ​ປະທານ ​ໂຮ່ຈີ໋ມິນ. ທ່ານນາຍົກລັດຖະມົນຕີ ກຳປູ​ເຈຍ Hunsen ມີ​ການ​ພົບ​ປະກັບ​ບັນດາ​ອະດີດ​ຜູ້ຊ່ຽວຊານ, ອະດີດ​ນັກຮົບ​ອາສາ​ສະໝັກ ຫວຽດນາມ, ພົບ​ປະ​ບັນດາ​ນັກ​ລົງທຶນ​ຫວຽດນາມ ​ແລະ ຕ້ອນຮັບສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ.

ຕອນ​ເຊົ້າ​ວັນ​ທີ 27/12, ທ່​ານນາຍົກລັດຖະມົນຕີ ລາຊະ​ອານາຈັກ ກຳປູ​ເຈຍ HunSen ​ໄດ້​ພົບ​ປະ​ກັບ​ອະດີດ​ຜູ້​ຊ່ຽວຊານ, ທະຫານ​ອາສາ​ສະໝັກ​ຫວຽດນາມ​ຢູ່ ກຳປູ​ເຈຍ ກວ່າ 500 ຄົນ. ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ຫນ້າ​ບັນດາ​ບາດກ້າວ​ພັດທະນາ​ອັນ​ດີງາມ​ຂອງ​ສາຍ​ພົວພັນ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ. ສອງ​ປະ​ເທດ​ພວມ​ຕັດສິນ​ໃຈ​ເຮັດ​ໃຫ້ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານຂຶ້ນ​ສູ່​ລະດັບ​ສູງ​ໃຫມ່. ບົນ​ຈິດ​ໃຈ​ນັ້ນ, ສອງ​ຝ່າຍ​​ເຫັນ​ດີ​ສືບ​ຕໍ່​ຮັກສາ​ການ​ແລກປ່ຽນ​ການ​ຢ້ຽມຢາມ, ພົບ​ປະລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ກໍ​ຄື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແຫນງ​ການ​, ທ້ອງ​ຖິ່ນ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ສອງ​ປະ​ເທດ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ, ສືບ​ຕໍ່​ສົມທົບ​ກັນ, ສ້າງ​ເງື່ອນ​ໄຂ​ສະດວກ​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບ​ທີ່​ມີ​ຢູ່​ແລ້ວ​ຂອງ​ແຕ່ລະ​ປະ​ເທດ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ, ​ເປັນ​ຕົ້ນ​ບັນດາ​ຂົງ​ເຂດ​ມີ​ທ່າ​ແຮງ, ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃຫ້​ຂຶ້ນ​ເຖິງ 5 ຕື້ USD ​ໃນ​ປີ 2015. ​ໃນ​ວັນ​ດຽວ​ກັນ, ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະ​ມົນຕີ Hun Sen ​ໄດ້​ພົບ​ປະ ​ແລະ ​ໂອ້​ລົມ​ກັບ​ບັນດາ​ນັກ​ລົງທຶນ​ຫວຽດນາມ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ Hun Sen ​ໄດ້​ຂອບ​ອົກ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ບັນດາ​ນັກ​ລົງທຶນ​ຫວຽດນາມ, ພິ​ເສດ​​ແມ່ນ​ບົດບາດ​ການ​ເຄື່ອນ​ໄຫວ​ຂອງ​ສະຫະ​ສະມາຄົມ​ບັນດານ​ັກລົງທຶນ​ຫວຽດນາມ​ຢູ່ກຳ​ປູ​ເຈຍ.

   ກ່ອນ​ນັ້ນ, ວັນ​ທີ 26/12, ທ່ານນາຍົກລັດຖະມົນຕີ Hunsen ​ໄດ້ມີ​ການ​ພົບ​ປະ​ເຈລະຈາ​ກັບທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກຄອມ​ມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ກໍ່​ໄດ້​​ໃຫ້ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ກຳປູ​ເຈຍ Samdech Hunsen ຢ່າງ​ສະໜິດສະໜົມ.


ຂ່າວ/ບົດ​ອື່ນ