ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ບັນຊາການອົງການຕຳຫຼວດແຫ່ງຊາດສ.ເກົາຫຼີ

(VOVWORLD) -ຕອນບ່າຍວັນທີ 26 ຕຸລາ, ທີ່ການຕ້ອນຮັບຜູ້ບັນຊາການອົງການຕຳຫຼວດແຫ່ງຊາດສ.ເກົາຫຼີ Lee Chul Sung, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນເຖິງການສະໜັບສະໜູນຢ່າງແຮງຂອງລັດຖະບານຫວຽດນາມ ສຳລັບການຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳ

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ບັນຊາການອົງການຕຳຫຼວດແຫ່ງຊາດສ.ເກົາຫຼີ - ảnh 1(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

ຕ້ອນຮັບຜູ້ບັນຊາການອົງການຕຳຫຼາດແຫ່ງຊາດສ.ເກົາຫຼີ)

ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຂອງແຕ່ລະປະເທດ. ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມຕ້ອງການສືບຕໍ່ຮ່ວມມື, ຮ່ຳຮຽນ, ແລກປ່ຽນບົດຮຽນລະຫວ່າງ 2 ອົງການຕຳຫຼວດ 2 ປະເທດ, ໂດຍສະເພາະແມ່ນໃນສະພາບຫວຽດນາມ ພວມມານະພະຍາຍາມຮັບປະກັນຄວາມປອດໄພຢ່າງສຸດຂີດໃຫ້ສັບປະດາຂັ້ນສູງ APEC 2017. 2 ຝ່າຍຄວນຕັ້ງໜ້າແລກປ່ຽນຂໍ້ມູນຂ່າວກ່ຽວກັບອາດຊະຍາກຳ ແລະ ການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກຳ, ໂດຍສະເພາະແມ່ນບັນດາອາດຊະຍາກຳບໍ່ເປັນການທະຫານ, ອາດຊະຍາກຳຂ້າມຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ, ການຢ້ຽມຢາມຂອງຜູ້ບັນຊາການອົງການຕຳຫຼວດແຫ່ງຊາດສ.ເກົາຫຼີ Lee Chul Sung ຈະເປີດໄລຍະໃໝ່ໃນການພົວພັນລະຫວ່າງ 2 ກຳລັງຕະຫຼວດຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ