ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ຕ້ອນຮັບຮອງຜູ້ອຳນວຍການໃຫຍ່ທະນາຄານໂລກ

(VOVWORLD) -ທະນາຄານໂລກ ແມ່ນຄູ່ຮ່ວມມືພັດທະນາສຳຄັນຍິ່ງ, ຍາມໃດກໍ່ຮ່ວມເດີນທາງໜູນຊ່ວຍ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ
ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ຕ້ອນຮັບຮອງຜູ້ອຳນວຍການໃຫຍ່ທະນາຄານໂລກ - ảnh 1(ທີ່ການຕ້ອນຮັບທ່ານນາງ Victoria Kwakwa,ຮອງຜູ້ອຳນວຍການໃຫຍ່ທະນາຄານໂລກ)

ຕອນບ່າຍວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Victoria Kwakwa, ຮອງຜູ້ອຳນວຍການໃຫຍ່ທະນາຄານໂລກ (World Bank) ຮັບຜິດຊອບພາກພື້ນອາຊີ ແລະ ປະຊີຟິກ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ທະນາຄານໂລກ ແມ່ນຄູ່ຮ່ວມມືພັດທະນາສຳຄັນຍິ່ງ, ຍາມໃດກໍ່ຮ່ວມເດີນທາງໜູນຊ່ວຍ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ; ພ້ອມທັງຕີລາຄາສູງເລື່ອງທະນາຄານໂລກໄດ້ໃຫ້ບັນດາຄຳປຶກສານະໂຍບາຍມະຫາພາກຢ່າງມີປະສິດທິຜົນ, ເໝາະສົມກັບບັນດາທິດທາງ, ເປົ້າໝາຍພັດທະນາຂອງຫວຽດນາມ ໃນແຕ່ລະໄລຍະ.

        ສ່ວນທ່ານນາງ Victoria Kwakwa ເປັນເອກະພາບສູງເລື່ອງຊ່ວຍຫວຽດນາມ ສຳຜັດຢ່າງມີຄວາມຍຸຕິທຳ ແລະ ເຈລະຈາສັນຍາກັບບັນດາບໍລິສັດຜະລິດວັກຊິນກັນໂຄວິດ-19 ຢູ່ໃນໂລກຢ່າງວ່ອງໄວ, ປະຢັດທີ່ສຸດ; ໃຫ້ບຸລິມະສິດສະໜອງແຫຼ່ງການເງິນເພື່ອຊື້ວັກຊິນ ແລະ ຖ່າຍທອດເຕັກໂນໂລຊີຜະລິດວັກຊິນຢູ່ພາຍໃນປະເທດ… ທ່ານນາງ Victoria Kwakwa ຕີລາຄາສູງທັດສະນະຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່ຽວກັບຍຸດທະສາດເຕີບໂຕຂຽວ; ໃຫ້ຄຳໝັ້ນສັນຍາຈະບຸລິມະສິດໜູນຊ່ວຍຫວຽດນາມ ໃນຂົງເຂດນີ້, ມຸ່ງໄປເຖິງເປົ້າໝາຍເລື່ອງກໍ່ສ້າງ ຫວຽດນາມ ໃຫ້ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.

ຕອບກັບ

ຂ່າວ/ບົດ​ອື່ນ