ທ່ານນາຍົກລັດຖະມົນຕີມາເລເຊຍDato’ Sri Mohd Tun Razakຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີມາເລເຊຍDato’ Sri Mohd Tun Razakຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ Dato’ Sri Mohd Tun Razak
(ພາບປະກອບ)

(vovworld) – ​ໂດຍ​​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢູ້ງ, ທ່ານ​ນາຍົກລັດຖະມົນຕີ ມາ​​ເລ​ເຊຍ Dato’ Sri Mohd Tun Razak ພວມ​ມີ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 3/4 – 5/4/2014. ພິທີ​ຕ້ອນຮັບທ່ານ​ນາຍົກລັດຖະມົນຕີ Dato’ Sri Mohd Tun Razak ​ແລະ ພັນ​ລະ​ຍາ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສົມ​ກຽດ​ໃນ​ວັນ​ທີ 4/5 ຢູ່ ຮ່າ​ໂນ້ຍ. ພາຍຫຼັງພິທີ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ​ແລະ ທ່ານ​ນາຍົກລັດຖະມົນຕີ Dato’ Sri Mohd Tun Razak ດຳ​ເນີນ​ການ​​ເຈລະຈາ, ​ແລກ​ປ່ຽນບັນດາ​ມາດ​ຕະການ​ເພື່ອ​ເຮັດ​ໃຫ້​ສາຍ​ພົວພັນ​ສອງ​ຝ່າຍ​ເລີກ​ເຊີ່ງ​ກວ່າ​ອີກ, ທິດ​ທາງ​ການ​ຮ່ວມ​ມື​ດ້ວຍ​ຈຸດ​ສຸມ​ແມ່ນ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ​ແຮງ​ງານ​ກໍ່​ຄື​ແລກ​ປ່ຽນບັນດາ​ບັນຫາ​ພາກພື້ນ ​ແລະ ສາກົນທີ່​ຕ່າງ​ມີ​ຄວາມ​ສົນ​ໃຈ.

      ການ​ຢ້ຽມຢາມ​ຂອງ​ຜູ້ນຳ​ລັດຖະບານ ມາ​​ເລ​ເຊຍ ​ດຳ​ເນີນ​ໄປ​ໃນ​ສ​ະ​ພາບ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ພັດທະນາ​ຢ່າງ​ດີງາມ, ສອງ​ປະ​ເທດ​ຫາ​ກໍ່​ຈັດຕັ້ງບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ສອງ​ຝ່າ​ຍ ​ (1973 – 2013) ສຳ​ເລັດ​ຜົນ.


ຂ່າວ/ບົດ​ອື່ນ