ທ່ານນາຍົກລັດຖະມົນຕີລາວທອງລຸນ ສີສຸລິດ ຕ້ອນຮັບຜູ້ແທນຫວຽດນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານນາງ ຮວ່າງທິຖຸ໊ຍລານ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ.ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນສອງແຂວງ ແຮກສ່ຽວ ແຂວງຫຼວງນໍ້າທາ ແລະ ແຂວງ ຫວິງຟຸກ.
ທ່ານນາຍົກລັດຖະມົນຕີລາວທອງລຸນ ສີສຸລິດ  ຕ້ອນຮັບຜູ້ແທນຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານນາງ ຮວ່າງທິຖຸ໊ລານ  ກຳມະການສູນກາງພັກ ເລຂາພັກແຂວງ ຫວິງຟຸກ ແຫ່ງ ສສ ຫວຽດນາມ 

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ  ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານນາງ ຮວ່າງທິຖຸ໊ລານ ກຳມະການສູນກາງພັກ ເລຂາພັກແຂວງ ຫວິງຟຸກ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ເມື່ອວັນທີ 29 ມີນາຜ່ານມາ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 25 - 29/3/2019). ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານນາງ      ຮວ່າງທິຖຸ໊ຍລານ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ.ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນສອງແຂວງ ແຮກສ່ຽວ ແຂວງຫຼວງນໍ້າທາ ແລະ ແຂວງ ຫວິງຟຸກ ທີ່ມີມາແຕ່ດົນນານ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ໂດຍສະເພາະ ຮ່ວມມືດ້ານພື້ນຖານໂຄງລ່າງ, ການສຶກສາ, ພັດທະນາຊັບພະຍາກອນມະນຸດ ຊຶ່ງແຕ່ລະປີ ໄດ້ໃຫ້ທຶນສຶກສາຈຳນວນ 10 ທຶນ ໃຫ້ແກ່ນັກຮຽນຂອງແຂວງຫຼວງນຳ້ທາ ໄປສຶກສາຕໍ່ໃນລະດັບຊັ້ນສູງ ແລະ ປະລິນຍາຕີ, ຊ່ວຍສ້າງໂຮງຮຽນ, ສ້າງກອງບັນຊາການທະຫານເມືອງຫຼວງນໍ້າທາ ແລະ ຫວ່າງບໍ່ດົນມານີ້ ກໍໄດ້ສ້າງ ໂຮງຮຽນປະຖົມ ນຳ້ແງ້ນ ອີກດ້ວຍ. ຊຶ່ງເປັນການສືບຕໍ່ເສີມຂະຫຍາຍການພົວພັນ-ຮ່ວມມື ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຢ່າງຕໍ່ເນື່ອງໃນທຸກຂົງເຂດວຽກງານ. ໃນໂອກາດດຽວກັນນີ້, ທ່ານນາງ ຮວ່າງທິຖຸ໊ຍລານ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ສະຫຼະເວລາອັນມີຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ຖານອ້າຍນ້ອງເພື່ອນມິດທີ່ສະໜິດແໜ້ນ. ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ໃຫ້ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຮັບຊາບຕື່ມອີກ.

ຕາມໜັງສືພິມ ປະຊາຊົນ

ຕອບກັບ

ຂ່າວ/ບົດ​ອື່ນ