ທ່ານນາຍົກລັດຖະມົນຕີລາວທອງລຸນສີສຸລິດສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມຢ່າງຈົບງາມ

ທ່ານນາຍົກລັດຖະມົນຕີລາວທອງລຸນສີສຸລິດສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມຢ່າງຈົບງາມ - ảnh 1
ທ່ານ ທອງລຸນ ສີສຸລິດ ເຂົ້າຢ້ຽມຂຳ່ນັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
(ພາບ:
Trí Dũng/TTXVN)

(vovworld)-​ ຕອນ​ບ່າຍ​ວັນ​ທີ 17/5, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລິດ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ລັດ​ຖະ​ບານ ລາວ ໄດ້​ເດີນ​ທາງ​ອອກ​ຈາກ ນະ​ຄອນ ໂຮ່​ຈິ​ມີນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​ຫວຽດ​ນາມ ຢ່າງ​ຈົບ​ງາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ແຕ່​ວັນ​ທີ 15-17/5, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ພົບ​ປະ​ກັບ​​ທ່ານ​ນາງປະ​ທານ​ສະ​ພ​າ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິ​ນ. ທີ​ການ​ພົບ​ປະ​ຄັ້ງ​ຕ່າງໆ​ນັ້ນ, ສອງ​ຝ່າຍ​ໄດ້​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ສືບ​ຕໍ່​ຮັກ​ສາ, ພັດ​ທະ​ນາ​ສາຍ​ພົວ​ພັນ​ບໍ​ລິ​ສຸດ​ຜຸດ​ຜ່ອງ, ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ. ສອງ​ຝ່າຍ​ຢືນ​ຢັນ​ເພີ່ມ​ທະ​ວີ​ກາ​ນ​ພົວ​ພັນ​ດ້ານ​ການ​ເມືອງ, ການ​ທູດ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ກໍ​ຄື​ກາ​ນ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ, ການ​ລົງ​ທຶນ. ສອງ​ຝ່າຍ​ເຫັນ​ດີ ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ສຳ​ຄັນ​ຊື່ງ​ສອງ​ປະ​ເທດ​ໄດ້​ລົງ​ນາ​ມ​ໃນ​ປີ 2015 ຢ່າງ​ມີ​ປະ​ສິດ​ທິ​ຜົນ. ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​​ບຳ​ລຸງ​ສ້າງ ແລະ ພັດ​ທະ​ນາ​ແຫລ່ງຊັບ​ພະ​ຍາ​ກອນ​ມະ​ນຸດ, ສ​ົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ, ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ນຳ​ກັນ ແລະ ກັບ​ບັນ​ດາ​ປະ​ເທດ, ບັນ​ດາ​ອົງ​ການ​ສາ​ກົນ​ໃນ​ການ​ຄ​ຸ້ມ​ຄອງ, ນຳ​ໃຊ້ແຫລ່ງ​ນ້ຳ​ ແມ່​ນ້ຳ​ຂອງແບບຍືນ​ຍົງ ແລະ ມີ​ປະ​ສິດ​ທິ​ຜົນ.

ຂ່າວ/ບົດ​ອື່ນ