ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊັວນ​ຝຸກ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ສະ​ຫະ​ພາບ​ເອີ​ລົບ​ປະ​ຈຳ​ຫວຽດ​ນາມ

(VOVWORLD) -ຕອນບ່າຍວັນທີ 2 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫງວຽນຊັວນຝຸກ ໄດ້ໃຫ້ການທ່ານ Bruno Angetlet ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າສະຫະພາບເອີລົບ (EU) ປະຈຳຫວຽດນາມ ມາເຂົ້ນຢ້ຽມອຳລາ ໃນໂອກາດສິ້ນສຸດອາຍຸການເຮັດວຽກຢູ່ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊັວນ​ຝຸກ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ສະ​ຫະ​ພາບ​ເອີ​ລົບ​ປະ​ຈຳ​ຫວຽດ​ນາມ - ảnh 1

  (ພາບ:TTXVN)

 ນະທີ່ນິ້, ທ່ານນາຍົກລັດຖະມົນຕີຫງວຽນຊັວນຝຸກ ໄດ້ຕີລາຄາສູງບັນດາການປະກອບສ່ວນອັນຕັ້ງໜ້າ ແລະ ມີປະສິດທິຜົນຂອງທ່ານເອກອັກຄະລັດຖະທູດໃນການເພີ່ມທະວີ, ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ອີຢູ ເລິກເຊິ່ງຂຶ້ນຕື່ມ, ພົ້ນເດັ່ນແມ່ນເລື່ອງສອງຝ່າຍໄດ້ລົງນາມໃນສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA)  ຢ່າງເປັນທາງການ ແລະ ສັນຍາອາລັກຂາການລົງທຶນ (EVIPA) ໃນເດືອນມິຖຸນາທີ່ຜ່ານມາ. ວົງເງິນການຄ້າສອງຝ່າຍບັນລຸກ່ວາ 56 ຕື້ USD ໃນປີ 2018. ບັນດາບໍລິສັດເອີລົບ ມີກ່ວາ 2000 ໂຄງການລົງທຶນທີ່ມີມູນຄ່າປະມານ 25 ຕື້ USD ຢູ່ຫວຽດນາມ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊັວນ​ຝຸກ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ສະ​ຫະ​ພາບ​ເອີ​ລົບ​ປະ​ຈຳ​ຫວຽດ​ນາມ - ảnh 2 (ພາບ: http://hanoimoi.com.vn)

   ທ່ານນາຍົກລັດຖະມົນຕີຫງວຽນຊັວນຝຸກ ເຊື່ອໝັ້ນວວ່າ, ເຖິງວ່າໃນຖານະຕຳແໜ່ງໃດກໍ່ຕາມ ທ່ານເອກອກຄະລັດຖະທູດຍາມໃດກໍ່ແມ່ນເພື່ອນຜູ້ທີ່ດີ, ສະໜັບສະໜູນຫວຽດນາມ ແລະ ສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ແລະການພົວພັນອັນດີງາມລະຫວ່າງຫວຽດນາມ-ອີຢູ.

  ສ່ວນທ່ານເອກອກຄະລັດຖະທູດ Bruno Angetlet ໃຫ້ຮູ້ວ່າ: ທ່ານໄດ້ເປັນສັກຂີພິຍານການປ່ຽນແປງໃໝ່ອັນໃຫ່ຍຫຼວງຂອງຫວຽດນາມ ແລະ ຕີລາຄາວ່າ ແງ່ຫວັງການພັດທະນາຂອງຫວຽດນາມ ແມ່ນດີງາມທີ່ສຸດ. ທ່ານຖືວ່າ, ໃນໄລຍະຈະມາເຖິງ ສອງຝ່າຍຈະພ້ອມກັນສຸມໃສ່ຊຸກຍູ້ບັນດາໂຄງການ, ຂອບເຂດການຮ່ວມມືທີ່ໄດ້ລົງນາມແລ້ວ. ອີຢູ ປາດຖະໜາຢາກຮ່ວມມືກັບຫວຽດນາມ ໃນຫຼາຍຂົງເຂດຕ່າງກັນ, ນັບທັງດ້ານເສດຖະກິດ, ການຄ້າ ແລະ ການໜູນຊ່ວຍຍຸດທະສາດການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ