ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ຊີ້ນຳຂະແໜງສານປະຊາຊົນສູງສຸດຜັນຂະຫຍາຍໜ້າທີ່ປີ 2021

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງເລື່ອງ ສານປະຊາຊົນສູງສຸດ ໄດ້ປະຕິບັດບັນດາມະຕິຂອງພັກ, ລັດ ກ່ຽວກັບການປະຕິຮູບຕູລາການສຳເລັດຜົນ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ຊີ້ນຳຂະແໜງສານປະຊາຊົນສູງສຸດຜັນຂະຫຍາຍໜ້າທີ່ປີ 2021 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ

(ພາບ: VGP)

ຕອນເຊົ້າວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມທາງອອນລາຍເຊື່ອມຕໍ່ກັບ 800 ສະຖານທີ່ຢູ່ທົ່ວປະເທດ ສະຫຼຸບວຽກງານປີ 2020 ແລະ ອາຍຸການ 2016 – 2020, ຜັນຂະຫຍາຍວຽກງານສານປີ 2021.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງເລື່ອງ ສານປະຊາຊົນສູງສຸດ ໄດ້ປະຕິບັດບັນດາມະຕິຂອງພັກ, ລັດ ກ່ຽວກັບການປະຕິຮູບຕູລາການສຳເລັດຜົນ. ພົ້ນເດັ່ນແມ່ນສານປະຊາຊົນທຸກຂັ້ນ ໄດ້ເປັນເຈົ້າການ, ປະດິດຄິດສ້າງໃນການຊີ້ນຳ, ບໍລິຫານ; ໄດ້ມີບັນດາບາດກ້າວພັດທະນາໃໝ່, ບັນລຸບັນດາຜົນງານສຳຄັນໃນຍຸດທະສາດປະຕິຮູບຕູລາການ ແລະ ໃນທຸກວຽກງານ, ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີທີ່ສຸດ.

        ທ່ານນາຍົກລັດຖະມົນຕີສະເໜີໃຫ້ສານປະຊາຊົນທຸກຂັ້ນ ຍົກອອກການກຳນົດທິດ, ເປົ້າໝາຍ, ໜ້າທີ່, ມາດຕະການແກ້ໄຂຢ່າງລະອຽດໃຫ້ແກ່ຍຸດທະສາດປະຕິຮູບຕູລາການໃໝ່ຂອງສານ ເວົ້າສະເພາະ ແລະ ພື້ນຖານຍຸຕິທຳເວົ້າລວມ ເພື່ອແນໃສ່ຮັບມືໃຫ້ເປັນຢ່າງດີກວ່າ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ຈຳເປັນໃນສະພາບການໃໝ່… ທຽບທັນກັບບັນດາພື້ນຖານຕຸລາການໃນໂລກ.

        ເນື່ອງໃນໂອກາດນີ້, ສານປະຊາຊົນສູງສຸດໄດ້ຈັດພິທີເຊື່ອມຕໍ່ ແລະ ປະກາດບັນດາການບໍລິການສາທາລະນະທາງອອນລາຍຂອງສານປະຊາຊົນສູງສຸດ ໃນປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ