ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຊີ້ນຳບັນດາທ້ອງຖິ່ນເກີດໂລກລະບາດໂຄວິດ-19 ອາດຈະປະຕິບັດການແຍກຫ່າງສັງຄົມ

(VOVWORLD) -ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ຮ່າໂນ້ຍ, ຫາຍຟ່ອງ, ບັນດານະຄອນໃຫຍ່ພວມເກີດໂລກລະບາດ ໄດ້ຈັດວາງມາດຕະການຢ່າງແຮງເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດອອກສູ່ຊຸມຊົນຢ່າງມີປະສິດທິຜົນ
ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຊີ້ນຳບັນດາທ້ອງຖິ່ນເກີດໂລກລະບາດໂຄວິດ-19 ອາດຈະປະຕິບັດການແຍກຫ່າງສັງຄົມ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ
(ພາບ: VGP)

ຕອນບ່າຍວັນທີ 08 ກຸມພາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມທາງອອນລາຍຂອງຄະນະປະຈຳລັດຖະບານ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ສະພາບການໂລກລະບາດມີການຜັນແປໄປຢ່າງຮ້າຍແຮງລົງ ຍ້ອນເກີດສະພາບຕິດແປດໃນຊຸມຊົນ. ສະນັ້ນ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ຮ່າໂນ້ຍ, ຫາຍຟ່ອງ, ບັນດານະຄອນໃຫຍ່ພວມເກີດໂລກລະບາດ ໄດ້ຈັດວາງມາດຕະການຢ່າງແຮງເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດອອກສູ່ຊຸມຊົນຢ່າງມີປະສິດທິຜົນ, ລວມທັງການແຍກຫ່າງໃນສັງຄົມຕາມຄຳສັ່ງເລກທີ 15, 16 ຂອງນາຍົກລັດຖະມົນຕີ ສຳລັບບັນດາເຂດເກີດໂລກລະບາດມີການຜັນແປທີ່ຮ້າຍແຮງ. ກ່ຽວກັບບັນຫາວັກຊິນສະກັດກັ້ນໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຊີ້ນຳວ່າ.

        “ເຫັນດີກັບຂໍ້ສະເໜີຂອງກະຊວງສາທາລະນະສຸກ ຊື້ວັກຊິນສະກັດກັ້ນໂຄວິດ-19 ຂອງກຸ່ມບໍລິສັດ Astra Zanenca ໃນໄຕມາດທີ 1 ປີ 2021, ຮັບປະກັນໃຫ້ເໝາະສົມກັບບັນດາເງື່ອນໄຂຂອງຫວຽດນາມ. ພວກເຮົາຕ້ອງຍອມຮັບບັນດາເງື່ອນໄຂເຊິ່ງສະຫະປະຊາຊາດຍົກອອກມາ, ນີ້ແມ່ນເລື່ອງທຳມະດາ, ເປີດເຜີຍ, ກະຈາງແຈ້ງ, ໂດຍກົງເຖິງປະຊາຊົນ, ບໍ່ມີການຈຳແນກ”.

        ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ເຖິງວ່າສະພາບການແມ່ນຮ້າຍແຮງກໍ່ຕາມ, ແຕ່ທ່າທີເດັດດຽວ, ທັນການ, ແນ່ນອນວ່າພວກເຮົາຈະດັບສູນການແຜ່ລະບາດຂອງໂລກລະບາດຢ່າງສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ