ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບການນຳບາງກຸ່ມບໍລິສັດຈີນ

(VOVWORLD) -ຕອນບ່າຍວັນທີ 31 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເຈິ໋ນຢີຫຼຸງ, ປະທານສະພາຄຸ້ມຄອງກຸ່ມບໍລິສັດພະລັງງານໃໝ່ Kaidi ຢ໋າງກວາງ ຈຳກັດ ແລະ ທ່ານ ແຈງຣຸ໋ງແຈນ ຮອງຜູ້ອຳນວຍການໃຫຍ່ບໍລິສັດຄຸ້ມຄອງຊັບສິນ ຄວາຢູງ ຈຳກັດ (ຈີນ)

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບການນຳບາງກຸ່ມບໍລິສັດຈີນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ

ປະທານສະພາຄຸ້ມຄອງກຸ່ມບໍລິສັດພະລັງງານໃໝ່ Kaidi ຢ໋າງກວາງ ຈຳກັດ

(ພາບ: Chinhphu.vn)

ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ເພື່ອຜັນຂະຫຍາຍນການຮ່ວມມືລົງທຶນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງທັດສະນະຂອງຫວຽດນາມ ແມ່ນຮັບປະກັນໂຄງປະກອບໃຫ້ເໝາະສົມກ່ຽວກັບໄຟຟ້າໃຊ້ພະລັງງານຈາກຖ່ານຫີນ ແລະ ພະລັງງານຫຼາຍຮູບແບບຄືພະລັງງານຜະລິດຄືນໃໝ່. ທ່ານນາຍົກລັດຖະມົນຕີຢືນຢັນວ່າ, ຂົງເຂດໃດທີ່ພາກເອກະຊົນເຮັດ ລັດຈະສ້າງເງື່ອນໄຂເພື່ອໃຫ້ພາກເອກະຊົນເຮັດ ແລະ ຈະໃຫ້ຖອນຄືນບັນດາໂຄງການລົງທຶນອ່ອນດ້ອຍເພື່ອມອບໃຫ້ບັນດານັກລົງທຶນໃໝ່ທີ່ມີກຳລັງຄວາມສາມາດ, ໃຫ້ຄຳໝັ້ນສັນຍາຍາວນານ ແລະ ຮ່ວມເດີນທາງພ້ອມກັບທ້ອງຖິ່ນ ແລະ ລັດຖະບານ. ຢືນຢັນຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີນັກລົງທຶນຈີນ ເຂົ້າມາລົງທຶນຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ເລື່ອງບັນດານັກລົງທຶນເຂົ້າຫວຽດນາມ ຕ້ອງເອົາໃຈໃສ່ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ, ປະຕິບັດໂຄງການໃຫ້ຖືກຕາມກຳນົດເວລາ.

ຕອບກັບ

ຂ່າວ/ບົດ​ອື່ນ