ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດTCCຂອງໄທ

(VOVWORLD) -ຕອນເຊົ້າວັນທີ 18 ມິຖຸນາ ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ ຈະເຣີນ ສີຣີວັດທະນາພັກຄີ ປະທານກຸ່ມບໍລິສັດ TCC ຂອງໄທ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, 
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດTCCຂອງໄທ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດTCCຂອງໄທ

ທ່ານນາຍົກລັດຖະມົນ ຫງວຽນຊວນຟຸກຕີລາຄາວ່າ TCC ມີການເຄື່ອນໄຫວດຳເນີນທຸລະກິດຢູ່ຫວຽດນາມປະສົບຜົນສຳເລັດ ແລະ ປາດຖະຫນາຢາກກຸ່ມບໍລິສັດແມ່ນແບບຢ່າງສຳລັບບັນດານັກລົງທຶນຕ່າງປະເທດໃນການປະຕິບັດຂໍ້ກຳນົດກ່ຽວກັບພາສີອາກອນຢ່າງເຂັ້ມງວດ. ທ່ານນາຍົກລັດຖະມົນຕີ ຖືວ່າ ກຸ່ມບໍລິສັດຄວນສ້າງເງື່ອນໄຂໃຫ້ແກ່ສິນຄ້າ, ຜະລິດຕະພັນກະເສດທີ່ມີຄຸນນະພາບສູງຂອງຫວຽດນາມ ໄດ້ນຳຂາຍຢູ່ລະບົບຮ້ານຊັບພະສິນຄ້າຂອງກຸ່ມບໍລິສັດ, ຫນູນຊ່ວຍຊາວກະສິກອນຫວຽດນາມໃນການຈຳຫນ່າຍຜະລິດຕະພັນກະເສດ. ສ່ວນທ່ານຈະເຣີນ ສີຣີວັດທະນາພັກຄີ  ປາດຖະຫນາຢາກລັດຖະບານຫວຽດນາມ ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງກຸ່ມບໍລິສັດຢູ່ຫວຽດນາມ, ໃນນັ້ນ ມີເລື່ອງ ກຸ່ມບໍລິສັດສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງ ໄທ. 

ຕອບກັບ

ຂ່າວ/ບົດ​ອື່ນ