ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງນາຍົກລັດຖະມົນຕີໄທ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງນາຍົກລັດຖະມົນຕີໄທ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ນ​ຟຸກ ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ສົມ​ຄິດ ຈະ​ຕຸ​ສີ​ພິ​ທັກ
ພາບ:vov

(vovworld)- ຕອນ​ບ່າຍ​ວັນ​ທີ 25/10 ຢູ່ ສູນກອງ​ປະ​ຊຸມ​ແຫ່ງ​ຊາດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ນ​ຟຸກ ໄດ້​ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ສົມ​ຄິດ ຈະ​ຕຸ​ສີ​ພິ​ທັກ ຢູ່ນອກກອງ​ປະ​ຊຸມ​ສຸດຍອດ ACMECS 7. ທີ່​ການ​ຕ້ອນ​ຮັບ, ກາ​ນ​ນຳ​ສອງ​ທ່ານ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພັດ​ທະ​ນາ​ນັບ​ມື້​ນັບ​ເລິກ​ເຊິ່ງ, ໄມ​ຕິ​ຈິດ​ໃນ​ການ​ພົວ​ພັນ​ດ້ານ​ການ​ເມືອງ, ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ ແລະ​ໄທ,  ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ​ໄດ້​ຮັບ​ການ​ເປີດກວ້າງ ແລະ ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ກາ​ນ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ກ່ຽວ​ກັບ​ກາ​ນ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ສະ​ຫນິດ​ຕິດ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ການ​ນຳ​ສອງ​ທ່ານ ຢືນ​ຢັນວ່າ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ຮ່ວ​ມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ​ຍັງ​ໃຫ​ຍ່​ຫລວງ​ຢູ່, ສອງ​ຝ່າຍ​ສາ​ມາດ​ບັນ​ລຸ​ຄາດ​ໝາຍວົງ​ເງິນ​ການ​ຄ້າສອງ​ຝ່າຍ 20 ຕື້ USD ໃນ​ປີ 2020.

ກ່ຽວ​ກັບ​ການ​ຮ່ວມ​ມື​ສາ​ກົນ ແລະ ພາກ​ພື້ນ, ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ຕັ້ງ​ຫນ້າ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ເພື່ອ​ຮັກ​ສາ​ຄວາມ​ສາ​ມັກ​ຄີ, ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ໃນ​ອາ​ຊຽນ ແລະ ທັດ​ສະ​ນາ​ລວມ​ຂອງ​ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ. 


ຕອບກັບ

ຂ່າວ/ບົດ​ອື່ນ