ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕອບສຳພາດຕໍ່ສື່ມວນຊົນສ.ເກົາຫຼີ

(VOVWORLD) -ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາອາຊຽນ - ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຕອບສຳພາດຕໍ່ສື່ມວນຊົນສ.ເກົາຫຼີ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕອບສຳພາດຕໍ່ສື່ມວນຊົນສ.ເກົາຫຼີ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ

(ພາບປະກອບ: TTXVN)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດເມື່ອວັນທີ 22 ທັນວາ 1992, ການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ ໄດ້ບັນລຸຜົນງານໃຫຍ່ຫຼວງຫຼາຍຢ່າງ, ແທດຈິງ ດ້ວຍບັນດາຕົວເລກຄາດໝາຍທີ່ໜ້າປະທັບໃຈກ່ຽວກັບການຮ່ວມມືໃນຫຼາຍຂົງເຂດ. ຫວຽດນາມ ປາດຖະໜາຢາກສືບຕໍ່ເປີດກວ້າງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ສ.ເກົາຫຼີ ໃນທຸກຂົງເຂດຢ່າງມີປະສິດທິຜົນ, ຜັນຂະຫຍາຍບັນດາກົນໄກເຈລະຈາ, ຮ່ວມມືທາງການທູດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ; ນຳການພົວພັນ 2 ຝ່າຍໃຫ້ສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່ ຕາມຈິດໃຈຂອງຖະແຫຼງການຮ່ວມ ເມື່ອເດືອນ ມີນາ 2018.

        ກ່ຽວກັບການພົວພັນຄູ່ເຈລະຈາອາຊຽນ - ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢືນຢັນຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ອັນໄດ້ຊ່ວຍໃຫ້ 2 ຝ່າຍຊອກໄດ້ສຽງເວົ້າລວມໃນຫຼາຍບັນຫາ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງອາຊຽນ ແລະ ສ.ເກົາຫຼີ ກໍ່ບັນລຸໄດ້ຜົນງານທີ່ໜ້າປະທັບໃຈຫຼາຍຢ່າງ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ໃຫ້ຮູ້ກ່ຽວກັບບັນດາຈຸດສຸມ ແລະ ເປົ້າໝາຍຂອງຫວຽດນາມ ເມື່ອຮັບດຳລົງຕຳແໜ່ງປະທານອາຊຽນໃນປີ 2020. ໃນນັ້ນ, ຈຸດສຸມຂອງອາຊຽນ ແມ່ນສາມັກຄີກັນ, ຕັ້ງໜ້າປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ; ຍົກສູງຄວາມອາດສາມາດສົມທົບທາງດ້ານຫຼັກໝັ້ນລວມໃນອາຊຽນ ເພື່ອແນໃສ່ເປັນເຈົ້າການຮັບມືກັບບັນດາສິ່ງທ້າທາຍຂອງສະພາບແວດລ້ອມພາຍນອກ ແລະ ໃນການແກ້ໄຂບັນດາບັນຫາຢູ່ພາກພື້ນ ແລະ ສາກົນ. ຫວຽດນາມ ປາດຖະໜາຢາກໄດ້ຮັບການສະໜັບສະໜູນ, ໜູນຊ່ວຍຢ່າງຕັ້ງໜ້າຈາກຝ່າຍສ.ເກົາຫຼີ ໃນໄລຍະຮັບດຳລົງຕຳແໜ່ງປະທານອາຊຽນ 2020 ແລະ ຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ