ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ປະຕິບັດຄາດໝາຍເຕີບໂຕຢ່າງຂ້ຽວຂາດ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ປະຕິບັດຄາດໝາຍເຕີບໂຕຢ່າງຂ້ຽວຂາດ - ảnh 1
(ກອງ​ປະ​ຊຸມສະ​ໄໝ​ສາ​ມັນ​ປະ​ຈຳ​ເດືອນ 07)

(vovworld) – ຕອນ​ບ່າຍ​ວັນ​ທີ 02/08, ສະ​ຫຼຸບກອງ​ປະ​ຊຸມສະ​ໄໝ​ສາ​ມັນ​ປະ​ຈຳ​ເດືອນ 07, ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 01 – 02/08, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຊີ້​ນຳການປະ​ຕິ​ບັດ​ຄາດ​ໝາຍ​ເຕີບ​ໂຕເສດ​ຖະ​ກິດ GDP 6,7% ໃນ​ປີ 2016 ຢ່າງ​ຂ້ຽວ​ຂາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນັ້ນ​ໜັກ​ວ່າ, ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ແມ່ນ​ໜ້າ​ທີ່​ຂອງ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ, ລັດ​ຖະ​ບານ​ຕ້ອງ​ສ້າງ​ເງື່ອນ​ໄຂ​ສະ​ດວກໃຫ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ເຮັດ​ສິ່ງນັ້ນ.

        “ໜ້າ​ທີ່​ປະ​ຕິ​ບັດ​ຄາດ​ໝາຍ​ເຕີບ​ໂຕ​ເສດ​ຖະ​ກິດ 6,7% ໃນ​ປີ 2016 ແມ່ນ​ຫຍຸ້ງ​ຍາກ, ແຕ່​​ນ້ຳໃຈ​ຊີ້​ນຳ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ລັດ​ຖະ​ບານ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ແມ່ນ​ຍັງ​ມີ​ເວ​ລ​າ, ມີ​ກາ​ລະ​ໂອ​ກາດ​ ແລະ ​ຄວາມສາ​ມາດ​ພະ​ຍາ​ຍາມ​ ຕ້ອງ​ເດັດ​ດ່ຽວ​ທໍ້​ຖອຍ​​ໃຈ​ຕໍ່​ຄວາມ​ຫຍຸ້ງ​ຫຍາກ, ສິ່ງ​ທ້າ​ທາຍ. ​ເມື່ອເຮົາ​ບໍ່​​ທໍ້​ຖອຍ​​ໃຈແລ້ວ ກໍ່​ຕ້ອງ​ມີ​ຈິດ​ໃຈ​ກ້າ​ຄິດ​ກ​້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ​ມີລະ​ບຽ​ບ​ວິ​ໄນ, ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ພວກ​ເຮົາ​ບັນ​ລຸ​ໄດ້ຕົວ​ເລກ​ທີ່​ໜ້າ​ຊື່ນ​ຊົມ​ໃນ​ເດືອນ 07 ນີ້, ເຖິງວ່າ​​ໄລ​ຍະ​ຫ່າງ​ທຽບ​ໃສ່​ແຜນ​ການ​ຍັງ​​ສຸງ​​ ແຕ່​ແຫຼ່ງ​ກຳ​ລັງ​ກໍ່​ໃຫຍ່​ຫຼວງ​ຢູ່.”

        ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຊີ້​ນຳ​ການ​ໜູນ​ຊ່ວຍ​ວິ​ສາ​ຫ​ະ​ກິດ​ຕ້ອງ​ແທດ​ຈິງ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ້ອງມ​ີ​ລາຍ​ການ, ແຜນ​ການ​ເພື່ອ​ໜູນ​ຊ່ວຍ​ປະ​ຊາ​ຊົນ ແລະ ວິ​ສາ​ຫ​ະ​ກິດ. ນອກນັ້ນກໍ່​ຕ້ອງ​ສົ່ງ​ເສີ​ມ​ການ​ພັດ​ທະ​ນາ​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ, ຍູ້​ແຮງ​ໂຄງ​ການ​ຊາວ​ຫວຽດ​ນາມ ບຸ​ລະ​ມະ​ສິດ​ຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ…

ຂ່າວ/ບົດ​ອື່ນ