ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກປາດຖະຫນາຢາກໃຫ້ບັນດານັກວິທະຍາສາດສືບຕໍ່ໃຫ້ຄຳປຶກສາ,ໄຈ້ແຍກຕີລາຄານະໂຍບາຍ

 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກປາດຖະຫນາຢາກໃຫ້ບັນດານັກວິທະຍາສາດສືບຕໍ່ໃຫ້ຄຳປຶກສາ,ໄຈ້ແຍກຕີລາຄານະໂຍບາຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກແລະ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ
ພາບ:TTXVN

(vovworld)- ​  ​ຕອນ​ເຊົ້າ​ວັນ​ທີ 17/2 ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ພ້ອມ​ກັບ​ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ແລະ ສະ​ມາ​ຊິກ​ລັດ​ຖະ​ບານ​ຈຳ​ນວນ​ຫນຶ່ງ​ໄດ້​ເຮັດ​ວຽກ​ກັບ​ສະ​ພາ​ສູນ​ກາງ​ສະ​ຫະ​ພັນ​ສະ​ມາ​ຄົມ​ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ​ຫວຽດ​ນາມ.

ສະ​ຫລຸບ​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ: ນາ​ຍົກ​ລັດ​ຖະ​ມົນ​ຕີ, ບັນ​ດາ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍາມ​ໃດ​ກໍ​ຮັບ​ຟັງ​ບໍ່​ວ່າ​ນັກ​ວິ​ທະ​ຍາ​ສາດ​ໃດ​ມີ​ແນວ​ຄວາມ​ຄິດ​ສ້າງ​ສາ​ປະ​ເທດ​ຊາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ເນັ້ນ​ຫນັກ​ວ່າ:

        “ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ເລື່ອງ​ນຳ​ສະ​ຫະ​ພັນ​ບັນ​ດາ​ສະ​ມາ​ຄົມ​ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ ຫວຽດ​ນາມ ກາຍ​ເປັນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກາຍ​ເປັນ​ກຳ​ລັງ​ຫນູນ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄຫມ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ແບບ​ຍືນ​ຍົງ​​ຂອງປະ​ເທດ​ຊາດ. ເນື່ອງ​ໃນ​ໂອ​ກາດນີ້ ຂ້າ​ພະ​ເຈົ້າ​ກໍ​ຕີ​ລາ​ຄາ​ສູງ​ຖັນ​ແຖວປັນ​ຍາ​ຊົນ​ຫວຽດ​ນາມ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ຄົ້ນ​ຄວ້າ​ກິດ​ຈະ​ການ​ຈຳ​ນວນ​ຫນຶ່ງ, ພິ​ເສດ​​ແມ່ນບາງ​ມາ​ດ​ຕະ​ການ​ເຕັກ​ໂນ​ໂລ​ຊີ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.”


ຕອບກັບ

ຂ່າວ/ບົດ​ອື່ນ