ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເສດຖະກິດການຕ່າງງປະເທດປີ2016

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເສດຖະກິດການຕ່າງງປະເທດປີ2016 - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເສດຖະກິດການຕ່າງງປະເທດປີ2016
ພາບ:TTXVN

(vovworld)- ຕອ​ນ​ຄ່ຳ​ວັນ​ທີ 2/11, ກ່າວ​ຄຳ​ເຫັນ​ຕໍ່​​ຫ​ນ້າບັນ​ດາ​ຜູ້​ແທນທີ່​ຕາງ​ຫ​ນ້າ​ໃຫ້​ບັນ​ດາ​ອົງ​ການ​ການ​ເງິນ​ທົ່ວ​ໂລກ, ບັນ​ດາ​ນັກ​ວາງ​ນະ​ໂຍ​ບາຍ​ພ້ອມ​ດ້ວຍ​ວິ​ສາ​ຫະ​ກິດ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເສດ​ຖະ​ກິດ​ການ​ຕ່າງ​ປະ​ເທດ​ປີ 2016 ເປັນ​ຈຳ​ນວນ​ຫລວງ​ຫລາຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ປາດ​ຖະ​ຫ​ນາ​ວ່າ ຜ່ານກອງ​ປະ​ຊຸມ​ຄັ້ງ​ນີ້, ບັນ​ດາ​ຜູ້​ແທນ, ວິ​ສາ​ຫະ​ກິດ ຈະ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ, ຍຸດ​ທະ​ສາດ​ການພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ຂອງ​ຫວຽດ​ນາມ ແລະ ຊອກ​ໄດ້​ກາ​ລະ​ໂອ​ກາດ​ຮ່ວມ​ມື, ລົງ​ທຶນ​ຫລາຍ​ຢ່າງ​ທີ່​ສະ​ດວກກວ່າ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ​ໃຫ້​ຮູ້​ວ່າ: ຫວຽດ​ນາມ ພວມ​ສຸມ​ໃສ່​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່, ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ ເພື່ອ​ປ່ຽນ​ໃຫມ່​ຮູບ​ແບ​ບ​ການ​ເຕີບ​ໂຕ; ພັດ​ທະ​ນາ ໂດຍ​ອີງ​ໃສ່​ກຳ​ລັງ​ແກ້ງ​ແຍ້ງ, ທ່າ​ໄດ້​ປຽບ; ຕັ້ງ​ຫ​ນ້າ​ໃນ​ການ​ເຊື່ອມ​ໂຍງ, ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ການ​ຜະ​ລິດ, ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ ແລະ ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ເພື່ອ​ເຂົ້າ​ຮ່ວມ​ບັນ​ດາ​ຂັ້ນ​ຕອນ​ມີ​ມູນ​ຄ່າ​ເພີ່ມ​ສູງ ແລະ ຍົກ​​ລະ​ດັບ​​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ.

                                               

“ກາ​ລະ​ໂອ​ກາດ​ພວມ​ຢູ່​ໃນ​ພາຍ​ພາກ​ຫ​ນ້າ, ເພື່ອ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ແຫ່ງ​ການ​ພັດ​ທະ​ນາ, ຫວຽດ​ນາມ ຕ້ອງ​ມີ​ກຳ​ລັງ​ແຮງ​ຢ່າງ​ພຽງ​ພໍ​ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ​ເພື່ອ​ກ້າວ​ຂຶ້ນ, ລັດ​ຖະ​ບານ​ຫວຽດ​ນາມ ມີ​ຄວາມ​ເຊື່ອ​ໝັ້ນ, ຕັດ​ສິນ​ໃຈ​ເພື່ອປ່ຽ​ນ​ແປງຕົນ​ເອງ, ສຸມ​ໃສ່​ສ້າງ​ລັດ​ຖະ​ບານ​ບໍ​ລິ​ສຸດ​ຜຸດ​ຜ່ອງ, ຊື່ງ​ຕົງ, ມີ​ນະ​ໂຍ​ບາຍ​ມາດ​ຕະ​ການ​ອັນ​ເໝາະ​ສົມ​ເພື່ອ​ຮັບ​ໃຊ້​ປະ​ຊ​າ​ຊົນ ແລະ ວິ​ສາ​ຫະ​ກິດ. ພວກ​ຂ້າ​ພະ​ເຈົ້າ​ຈະ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ຖື​ຜົ​ນ​ສຳ​ເລັດ​ຂອງວິ​ສາ​ຫະ​ກິດ​ຄື​ດັ່ງ​ຜົນ​ສຳ​ເລັດ​ຂອງ​ຕົນ. ພ້ອມ​ກັນ​ນັ້ນ ລັດ​ຖະ​ບານ ມາ​ນະ​ພະ​ຍາ​ຍາມ​ມີ​ການ​ກະ​ທຳ​ເພື່ອ​ສ້າງ​ບັນ​ດາ​ປັດ​ໄຈ​ພື້ນ​ຖານ​ໃຫ້​ແກ່​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ.”

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ກໍ​ຢືນ​ຢັນ​ວ່າ: ລັດ​ຖະ​ບານ ມີ​ຄວາມ​ເອົາ​ໃຈ​ໃສ່​ສ້າງກອບ​ກົດ​ໝາຍ​ໃຫ້​ເໝາະ​ສົມ​ກັບ​ກົນ​ໄກ​ການ​ຕະ​ຫລາດ, ເງື່ອນ​ໄຂ​ຂອງ​ຫວຽດ​ນາມ ແລະ ເໝາະ​ສົມ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ເຊື່ອມ​ໂຍງ, ນຳ​ທ​ຽມ​ສາ​ກົນ. 


ຕອບກັບ

ຂ່າວ/ບົດ​ອື່ນ