ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນຫ໋າຍຟ່ອງ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນຫ໋າຍຟ່ອງ - ảnh 1
ທ່ານ​ຫງວຽນ​ຊວນ​ຟຸກ ທີ່​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ຫາຍ​ຟ່ອງ

(vovworld)- ​ເພື່ອ​ປະ​ຕິ​ບັດ​​ແຜນ​ການ​ພົບ​ປະ ກັບ​​ຜູ້​ມີ​ສິດ​ເລືອກ​ຕັ້ງ ພາຍຫຼັງ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື​່ອ​ທີ ​2 ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ 14, ຕອນ​ເຊົ້າ ​ວັນ​ທີ 25/11, ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ຊວນ​ຟຸກ ພ້ອມ​ກັບ​ຄະ​ນະ​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ນະ​ຄອນ​ຫ໋າຍ​ຟ່ອງ ໄດ້​ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ເມືອງ​ຫ໋າຍ​ອານ, ລາຍ​ງານ​ໝາກ​ຜົນ​ກອງ​ປະ​ຊຸມ, ຮັບ​ຟັງ ແລະ ຕອບ​ບັນ​ດາ​ຄຳ​ເຫັນ, ຂໍ້​ສະ​ເໜີແນະ​ ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ນະ​ທີ່ນີ້, ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ຊວນ​ຟຸກ ໄດ້ຮັບ​ເອົາ​ບັນ​ດາ​ຂໍ້ສະ​ເໜີແນະ​ຢ່າງ​ຈິງ​ໃຈ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໃຫຍ່​ຂອງ​ປະ​ເທດ ກໍ່​ຄື​ບັນ​ດາ​ບັນ​ຫາ​ລະ​ອຽດ ທີ່​ຕິດ​ແທດ​ກັບ​ກາ​ນ​ດຳ​ລົງ​ຊີ​ວິດ ຂອງ​ປະ​ຊາ​ຊົນ. ດ້ວຍ​ທີ່​ຕັ້ງ​ສຳ​ຄັນ, ສະ​ດວກ​ໃຫ້​​ແກ່ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ​ການແລກ​ປ່ຽນ​ຄ້າ​ຂາຍ, ການ​ສົ່ງ​ອອກ-​ນຳ​ເຂົ້າ ຂອງ​ນະ​ຄອນ​ຫ໋າຍ​ຟ່ອງ, ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ປາດ​ຖະ​ໜາ​ວ່າ: ນະ​ຄອນ​​ຄວນໝູນ​ໃຊ້​, ເສີມ​ຂະ​ຫຍາຍທ່າແຮງ ກ່ຽວ​ກັບ​ທີ່​ຕັ້ງ​ພູມ​ສາດ, ມູນ​ເຊື້​ອ​ອັນ​ສະ​ຫງ່າ​ລາ​ສີເປັນ​ຢ່າງ​ດີ ເພື່ອ​ສືບ​ຕໍ່​ສ້າງ​ສາ ແລະ ພັດ​ທະ​ນາ​ນະ​ຄອນ, ຍົກ​ສູງ​ຊີ​ວິ​ດ​ການ​ເປັນ​ຢູ່ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ ຂອງ​ປະ​ຊາ​ຊົນ​ຢ່າງບໍ່​ຢຸດຢັ້ງ. ກ່ຽວ​ກັບ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ຢູ່​ຫ໋າຍ​ຟ່ອງ, ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຢັ້ງ​ຢືນ​ວ່າ: ພັກ, ລັດ ຍາມ​ໃດ​ກໍ່​ຖື​ໂຄງ​ການ​ ແມ່ນ​ບຸ​ລິ​ມະ​ສິດ​ພິ​ເສດ ແລະ ຈະ​ສະ​ຫງວນ​ແຫຼ່ງ​ກຳ​ລັງ​ ​ອັນເຂັ້ມ​ແຂງ ເພື່ອປະ​ຕິ​ບັດໂຄງ​ການນີ້, ​ດັ່ງນັ້ນ ​ບັນ​ດາ​ຂະ​ແໜງ​ການ​ຂັ້ນ​ຕ່າງໆ​ ຂອງ​ນະ​ຄອນ​ຄວນ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຢ່າງ​ຂ້ຽວ​ຂາດ​ ແລະ ມີ​ປະ​ສິດ​ທິ​ຜົນ.


ຂ່າວ/ບົດ​ອື່ນ