ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະສອງຝ່າຍຢູ່ນອກກອງປະຊຸມສຸດຍອດASEM11

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະສອງຝ່າຍຢູ່ນອກກອງປະຊຸມສຸດຍອດASEM11 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ພົບ​ປະ​ກັບ​ທ່ານ​ນາງ​
ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel
ພາບ:internet

(vovworld)-  ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຸດຍອດ ອາ​ຊີ ເອີ​ລົບ ຄັ້ງ​ທີ 11, ວັນ​ທີ 15/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ປະ​ມຸກ​ລັດ, ການ​ນຳ​ບັນ​ດາ​ປະ​ເທດ ອາ​ຊີ, ເອີ​ລົບ.

ທີ່​ການ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຟງ​ລັງ Juha Sipila, ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ ແຟງ​ລັງ ສືບ​ຕໍ່​ບຸ​ລິ​ມະ​ສິດ​ສະ​ຫງວນ​ແຫລ່ງ​ເງິ​ນ​ຊ່ວຍ​ເຫລືອ ODA ໃຫ້​ແກ່​ຫວຽດ​ນາມ ພ້ອມ​ທັງ​ສະ​ຫນັບ​ສະ​ຫນູນ​ຫວຽດ​ນາມ ໄດ້​ກູ້​ຢືມ​ທຶນ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ສາ​ກົນ IDA ຫລັງ​ປີ 2017. ສອງ​ຝ່າຍ​ເຫັນ​ດີ​ຈະ​ເພີ່​ມະ​ທວີ​ການ​ຮ່ວມ​ມື​ບັນ​ດາ​ເວ​ທີ​ປ​າ​ໄສ​ສາ​ກົນ.

ທີ່​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ສະ​ວິດ Johann Schneider Ammann, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ ສອງ​ຝ່າຍ​ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ເພື່ອ​ສະ​ເຫລີມ​ສະ​ຫລອງ ເຫດ​ການ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ. ປະ​ທາ​ນາ​ທິ​ບໍ​ດີ ສະ​ວິດ ຢືນ​ຢັນ: ຫວຽດ​ນາມ ຍາ​ມ​ໃດ​ກໍ​ເປັນປະ​ເທດ​​ບຸ​ລິ​ມະ​ສິດໃນ​ນະ​ໂຍ​ບາຍ ODA ຂອງ ສະ​ວິດ .

ທີ່​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ Park Geun Hye, ສອງ​ຝ່າຍ​ເຫັນ​ດີ​ຍູ້​ແຮງ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ. ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ ຢືນ​ຢັນ ຫວຽດ​ນາມ ຍາມ​ໃດ​ກໍ​ແມ່ນ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ຕົ້ນ​ຕໍ​ຂອງ ສ​ເກົາ​ຫລີ.

ທີ່​ການ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ພ​ຣາ​ຢຸດ ຈັນ​ໂອ​ຈາ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິ​ດ​ໄທ​ຢູ່​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ຢືນ​ຢັນ ຈະ​ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ​ໄທ ເພີ່ມ​ທະ​ວີ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ.

ທີ່​ການ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ Beata Szydlo, ການ​ນຳ​ສອງ​ທ່ານ​ເຫັນ​ດີ​ຊຸກ​ຍູ້​ການ​ເຈ​ລະ​ຈາ, ລົງ​ນາມ​ໃນ​ສັນ​ຍາ​ແມ່​ກ່ຽວ​ກັບ​ດ້ານການ​ເງິນ, ນຳ​ໃຊ້ບ້ວງ​ສິນ​ເຊື່ອ​ບຸ​ລິ​ມະ​ສິດ 250 ລ​້ານເອີ​ໂຣ ໂດຍ​ລັດ​ຖະ​ບານ ໂປ​ໂລຍ​ສະ​ຫງວນ​ໃຫ​້​ແກ່​ຫວຽດ​ນາມ ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ທີ່​ການ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮນ​ລັງ Mark Rutte, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ສູງ​ເລື່ອງ ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ເອ​ກະ​ສານ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ການ​ຄຸ້ມ​ຄອງ​ນ້ຳ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກ່ຽວ​ກັບ​ກະ​ສິ​ກຳ ແລະ ກາ​ນ​ຄ່້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ.  ນອກນັ້ນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ​ໄດ້​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ, ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ, ນາ​ຍົກ​ລັດ​ຖະ​ມົນຕີ ສິງ​ກະ​ໂປ, ຮອ​ງ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ,ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອ​ີ​ລົບ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນິວ​ເຊີ​ແລນ.

 

ຕອບກັບ

ຂ່າວ/ບົດ​ອື່ນ