ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ອິນເດຍ

(VOVWORLD) - ຕອນບ່າຍວັນທີ 26 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງ ສາທາລະນະລັດ ເອິນເດຍຄົບຮອບ 69 ປີ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ອິນເດຍ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(ພາບປະກອບ: VGP)

ພ້ອມກັບການນຳບັນດາປະເທດອາຊຽນ ໂດຍປະທານາທິບໍດີ ອິນເດຍ ເປັນເຈົ້າພາບຈັດຕັ້ງ. ນີ້ແມ່ນການເຄື່ອນໄຫວສຸດທ້າຍຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ທີ່ນະຄອນຫຼວງ ນິວເດລີ.

ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະໄດ້ໄປສະໜາມບິນ Pa lam, ເດີນທາງກັບຄືນປະເທດ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ແລະ ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສາທາລະນະລັດ ເອິນເດຍຄົບຮອບ 69 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ