ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກອອກຈາກຮ່າໂນ້ຍເດີນທາງຢ້ຽມຢາມຈີນຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກອອກຈາກຮ່າໂນ້ຍເດີນທາງຢ້ຽມຢາມຈີນຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​
ເລີ່ມຕົ້ນການຢ້ຽມຢາມ ສາທາລະນະ​ລັດ ປະຊາຊົນ ຈີນ 


(vovworld) – ​ ຕອນ​ເຊົ້າ​ວັນ​ທີ 10/09 ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ອອກ​ຈາກ ຮ່າ​ໂນ້ຍ ​ເດີນທາງ​ຢ້ຽມຢາມ ສາທາລະນະ​ລັດ ປະຊາຊົນ ຈີນ ຢ່າງ​ເປັນ​ທາງ​ການ, ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ ຈີນ - ອາ​ຊຽນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ ​ແລະ ການ​ລົງທຶນ ຈີນ - ອາ​ຊຽນ ຄັ້ງ​ທີ 13 ຢູ່ ໜານ​ໜີງ, ຈີນ. ການ​ຢ້ຽມຢາມ​ນັບ​ແຕ່​ວັນ​ທີ 10 – 15/09/2016 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດຖະມົນຕີ ສາທາລະນະ​ລັດ ປະຊາຊົນ ຈີນ ຫຼີ​ເຄີ​ຊຽນ. ນີ້​​ແມ່ນ​ການ​ຢ້ຽມຢາມ ຈີນ ຢ່າງ​ເປັນ​ທາງ​ການ​ຄັ້ງທຳ​ອິດ​ຂອງ​ການ​ນຳ​ຂັ້ນ​ສູງ ຫວຽດນາມ ນັບ​ແຕ່​ພາຍຫລັງ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ.

        ງານ​ຕະຫລາດ​ນັດ ອາ​ຊຽນ - ຈີນ (CAEXPO) ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ - ການ​ລົງທຶນ ອາ​ຊຽນ - ຈີນ (CABIS) ຄັ້ງ​ທີ​ 13 ຢູ່ ໜານ​ໜີງ (ຈີນ) ​ໃນ​ລະຫວ່າງ​ວັນ​ທີ 11 – 14/09 ຖື​ກຈັດ​ຕັ້ງ​ໃນ​ໂອກາດ ອາ​ຊຽນ ​ແລະ ຈີນ ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ເຈລະຈາ ​ແລະ ການ​ພົວພັນ ອາ​ຊຽນ - ຈີນ ພວມຢູາ​ໃນ​ທ່າ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ດີງາມ​.

.


ຂ່າວ/ບົດ​ອື່ນ