ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເຂົ້າຮ່ວມກອງປະຊຸມຄັ້ງທີ 2 ກອງປະ ຊຸມສຸດຍອດອາຊຽນ - ສ.ເກົາຫຼີ

(VOVWORLD) -ການເຊື່ອມຈອດແມ່ນບຸລິມະສິດສູງຂອງອາຊຽນ ໃນຄວາມມານະພະຍາຍາມຍູ້ແຮງການຮ່ວມສຳພັນພາກພື້ນ ແລະ ສ້າງປະຊາຄົມ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເຂົ້າຮ່ວມກອງປະຊຸມຄັ້ງທີ 2 ກອງປະ ຊຸມສຸດຍອດອາຊຽນ - ສ.ເກົາຫຼີ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(ພາບ: TTXVN)

ໂດຍສືບຕໍ່ບັນດາການເຄື່ອນໄຫວນອນໃນຂອບເຂດກອງປະຊຸມສຸດຍອດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງອາຊຽນ - ສ.ເກົາຫຼີ, ຕອນເຊົ້າວັນທີ 26 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມກັບບັນດາການນຳອາຊຽນ ແລະ ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ເຂົ້າຮ່ວມວາລະປະຊຸມຄັ້ງທີ 2 ກ່ຽວກັບ “ເພີ່ມທະວີການຮ່ວມມືເຊື່ອມຕໍ່ເພື່ອຄວາມວັດທະນະຖາວອນ” ແລະ ຮັບປະທານອາຫານສວາຍທັງເຮັດວຽກກ່ຽວກັບ “ການຊຸກຍູ້ສັນຕິພາບ ແລະ ຄວາມວັດທະນາຖາວອນໃນແຫຼມເກົາຫຼີ”.

        ທີ່ວາລະປຶກສາຫາລືຄັ້ງທີ 2, ບັນດາການນຳອາຊຽນ ໄດ້ເນັ້ນໜັກວ່າ ການເຊື່ອມຈອດແມ່ນບຸລິມະສິດສູງຂອງອາຊຽນ ໃນຄວາມມານະພະຍາຍາມຍູ້ແຮງການຮ່ວມສຳພັນພາກພື້ນ ແລະ ສ້າງປະຊາຄົມ; ປາດຖະໜາຢາກຍູ້ແຮງການຮ່ວມມືກັບສ.ເກົາຫຼີ ໃນບັນດາຂົງເຂດຄືການພັດທະນາພື້ນຖານໂຄງລ່າງ, ເຊື່ອມຕໍ່ດີຈີຕອນ, ເຊື່ອມຕໍ່ປະຊາຊົນ... ຢ່າງຮອບດ້ານ. ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ຢືນຢັນວ່າ, ສ.ເກົາຫຼີ ຈະສົມທົບກັບອາຊຽນ ຊຸກຍູ້ການເຊື່ອມຈອດຢູ່ພາກພື້ນ.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງບາງທິດທາງເພື່ອຍູ້ແຮງການຮ່ວມມືເຊື່ອມຕໍ່ລະຫວ່າງສ.ເກົາຫຼີ ແລະ ອາຊຽນ, ໃນນັ້ນມີການເຊື່ອມຕໍ່ ແລະ ພັດທະນາພື້ນຖານໂຄງລ່າງບັນດາທ່າກ່ຳປັ່ນຢູ່ລຽບຕາມເສັ້ນທາງຂົນສົ່ງຍຸດທະສາດທາງທະເລຈາກ ມະຫາສະມຸດອິນເດຍ ໄປຍັງປາຊີຟິກ, ເຊື່ອມຕໍ່ອາຊີຕາເວັນອອກສ່ຽງໃຕ້ ກັບ ອາຊີຕາເວັນອອກສ່ຽງເໜືອ; ສະເໜີໃຫ້ສ.ເກົາຫຼີ ຕັ້ງໜ້າປ່ອຍທຶນກອງທຶນພື້ນຖານໂຄງລ່າງທົ່ວໂລກໜູນຊ່ວຍບັນດາພື້ນຖານໂຄງລ່າງຂອງອາຊຽນ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ, ດ້ວຍທ່າແຮງດ້ານເຕັກໂນໂລຊີ, ໂດຍສະເພາະແມ່ນເຕັກໂນໂລຊີດີຈີຕອນ, ສ.ເກົາຫຼີ ມີເງື່ອນໄຂຮ່ວມມືໜູນຊ່ວຍບັນດາວິສາຫະກິດອາຊຽນ; ສົ່ງເສີມອາຊຽນ ແລະ ສ.ເກົາຫຼີ ລົງທຶນຢ່າງແຮງເຂົ້າການເຊື່ອມຕໍ່ປະຊາຊົນ, ສ້າງຄວາມສະດວກໃນການໄປມາ, ທ່ອງທ່ຽວ, ຊຸກຍູ້ການຍົກຍ້າຍແຮງງານມີສີມືແຮງງານສູງລະຫວ່າງອາຊຽນ ແລະ ສ.ເກົາຫຼີ.

        ທີ່ການເຮັດວຽກເມື່ອຮັບປະທານອາຫານສວາຍກ່ຽວກັບການຊຸກຍູ້ສັນຕິພາບ ແລະ ຄວາມວັດທະນາຖາວອນໃນແຫຼມເກົາຫຼີ. ບັນດາການນຳອາຊຽນ ຢືນຢັນວ່າ, ອາຊຽນ ພ້ອມແລ້ວທີ່ຈະສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມ ມຸ່ງໄປເຖິງສັນຕິພາບ, ການປອດນິວເຄຼຍໃນແຫຼມເກົາຫຼີຢ່າງສິ້ນເຊິງ, ໃນນັ້ນມີການສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາຝ່າຍເພີ່ມທະວີການເຈລະຈາໃນຂອບເຂດບັນດາເວທີປາໄສໂດຍອາຊຽນ ເປັນເຈົ້າພາບຈັດຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ