ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມຜັນຂະຫຍາຍຫນ້າທີ່ປີ 2019 ຂອງກະຊວງຊັບພະຍາກອນແລະສິ່ງແວດລ້ອມ

(VOVWORLD) - ຕອນເຊົ້າວັນທີ 8 ມັງກອນ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍຫນ້າທີ່ວຽກງານປີ 2019 ຂອງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມຜັນຂະຫຍາຍຫນ້າທີ່ປີ 2019 ຂອງກະຊວງຊັບພະຍາກອນແລະສິ່ງແວດລ້ອມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ:vietnam+)

ກ່ຽວກັບແຜນການປີ 2019 ແລະ ຊຸມປີຕໍ່ໄປ, ທ່ານ ເຈີນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ຊີ້ແຈ້ງວ່າ: ໃນປີ 2019 ທົ່ວຂະແຫນງຈະຕັດສິນໃຈຢ່າງສູງເພື່ອສ້າງບາດກ້າວບຸກທະລຸ, ຍູ້ໄວການພັດທະນາ. ພົ້ນເດັ່ນແມ່ນບັນດາເນື້ອໃນ: ສ້າງບາດກ້າວບຸກທະລຸໃນລະບອບນະໂຍບາຍ, ນະໂຍບາຍ, ກົດໝາຍກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ການຄຸ້ມຄອງຊັບພະຍາກອນສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກະກຽມພື້ນຖານໂຄງລ່າງຮັບໃຊ້ການຄຸ້ມຄອງແບບອັດສະລິຍະໂດຍອີງໃສ່ພື້ນຖານການປະຕິວັດອຸດສາຫະກຳ 4.0.

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີວ່າ: ການໝູນໃຊ້ວິທະຍາສາດເຕັກນິກກ້າວຫນ້າຂອງໂລກແມ່ນສິ່ງທີ່ສຳຄັນເພື່ອພະຍາກອນອາກາດ ແລະ ປ້ອງກັນຕ້ານໄພທຳມະຊາດ. ກະຊວງຄວນຍູ້ແຮງການຄຸ້ມຄອງຊັບພະຍາກອນ ແລະ ສິ່ງແວດລ້ອມທະເລ, ໝູ່ເກາະ, ຜັນຂະຫຍາຍມະຕິຂອງສູນກາງກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມຮອດປີ 2030, ວິໄສທັດຮອດປີ 2045 ຢ່າງໝັ້ນຄົງ.  

ຕອບກັບ

ຂ່າວ/ບົດ​ອື່ນ