ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນກັບບັນດາຄູ່ຮ່ວມມື

 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນກັບບັນດາຄູ່ຮ່ວມມື - ảnh 1
​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ແລະ ​ການ​ນຳບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 28-29
ພາບ:TTXVN

(vovworld)-​​ ວັນ​ທີ 8/9 ແມ່ນມື້​ເຮັດ​ວຽກ​ສຸດ​ທ້າຍ​ຂອງກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 28-29 ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ. ພາຍ​ຫລັງ​ພິ​ທີ​ອັດ​ກອງ​ປະ​ຊຸມ ແລະ ພິ​ທີ​ມອບ​ສົ່ງ​ຕຳ​ແຫນ່ງ​ປະ​ທານ ອາ​ຊຽນ ໃຫ້​ແກ່ ຟິ​ລີບ​ປີນ ປີ 2017, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ​ ພັນ​ລະ​ຍາ​ພ້ອມ​ດ້ວຍ​ຄະ​ນ​ະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​ເດີ​ນ​ທາງ​ອອກ​ຈາກ ນະ​ຄອນ​ຫລວງ ວຽງ​ຈັນ ກັບ​ຄືນ​ເມືອ​ປະ​ເທດ ສິ້ນ​ສຸດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ ຢ່າງ​ຈົບ​ງາມ.
ກ່ອນ​ຫນ້ານັ້ນ ຕອນ​ບ່າຍ​ວັນ​ທີ 7/9, ໃນ​ຂອ​ບ​ເຂດກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 28 -29 ແລະ ບັນ​ດາ​ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ຂ້ອງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ +1 ກັບ ສ​ເກົາ​ຫລີ, ອົດ​ສະ​ຕາ​ລີ ແລະ ສ​ປ​ຊ, ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ +3 ແລະ ກອງ​ປະ​ຊຸມ​ສຸດຍອດ ແມ່​ຂອງ - ຍີ່​ປຸ່ນ. ເມື່ອ​ແລກ​ປ່ຽນ​ຄຳ​ເຫັນ, ບັນ​ດາ​ຄູ່​ຮ່ວມ​ມື​ລ້ວນ​ແຕ່​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ ອາ​ຊຽນ ແລະ ສະ​ເຫນີ ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ອາ​ຊຽນ ໃນ​ຫລາຍ​ຂົງ​ເຂດ. ບັນ​ດາ​ປະ​ເທດ ອາ​ຊຽນ ສະ​ເຫນີ ບັນ​ດາ​ຄູ່​ຮ່ວມ​ມືຈົ່ງ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ກົນ​ໄກ​ທີ່​ມີ​ຢູ່​ແລ້ວກວ່າ​ອີກ, ຫນູນ​ຊ່ວຍ​ແຫລ່ງ​ກຳ​ລັງ, ບົດ​ຮຽນ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ, ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ບັນ​ດາ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ປະ​ກອບ​ສ່ວ​ນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລ​ະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຢູ່​ພາກ​ພື້ນ.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ: ຍາມ​ໃດ​ຫວຽດ​ນາມ ກໍ​ຖື​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເປັນ​ສຳ​ຄັນ, ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື ໄດ້ສືບ​ຕໍ່ຫນູນ​ຊ່ວຍ​ອາ​ຊຽນ ສ້າງ​ປະ​ຊາ​ຄົມ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ຢູ່​ພາກ​ພື້ນ ແລະ ສະ​ເຫນີ​ບັນ​ດາ​ຄູ່​ຮ່ວມ​ມື​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ອາ​ຊຽນ ສຸມ​ໃສ່​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ ແລະ ເສ​ີມ​ຂະ​ຫຍາຍ​ໄດ້​ທ່າ​ແຮງ​ຂອງ​ແຕ່​ລະ​ຝ່າຍ.

        ເພື່ອ​ຊຸກ​ຍູ້​ການຮ່ວມ​ມື ອາ​ຊຽນ + 3, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ເງິນ, ການ​ເຊື່ອມ​ຈອດ, ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ, ພັດ​ທະ​ນາ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ, ນ້ອຍ ແລະ ນ້ອຍ​ສຸດ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພ​ື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

        ທີ່ກອງ​ປະ​ຊຸມ​ສຸ​ດຍອດ ອາ​ຊຽນ - ອົດ​ສະ​ຕາ​ລີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຍົກ​ໃຫ​້​ເຫັນ​ການ​ບຸ​ລິ​ມະ​ສິດ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ, ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນ​ລະ​ດັບ​ສູງ​ພໍ​ສົມ​ຄວນ, ຊຸກ​ຍູ້​ການ​ຮ່ວມ​ມືກ່ຽວ​ກັບ​ການ​ເຊື່ອມ​ຈອດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ ສ​ປ​ຊ ມີ​ບົດ​ບາດ​ສຳ​ຄັນ​ໃນ​ຊີ​ວິດ​ດ້ານ​ການ​ເມືອງ​ສາ​ກົນ ແລະ ເປັນ​ພື້ນ​ຖານ​ທີ່​ຂາດບໍ່​ໄດ້​ໃນ​ໂລກ​ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ ແລະ ຍຸດ​ຕິ​ທຳ​ກວ່າ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ​ ສອງ​ຝ່າຍ​ພ້ອມ​ກັນ​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ​ໃນ​ວິ​ໄສ​ທັດ ອາ​ຊຽນ 2025 ແລະ ໂຄງ​ການ​ດຳ​ເນີນ​ງານ 2030 ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ພ້ອມ​ທັງ​ສະ​ເຫນີ ສ​ປ​ຊ ເອົາ​ໃຈ​ໃສ່​ຫນູນ​ຊ່ວຍ​ເພ​ີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​​ໃຫ້​ແກ່ອາ​ຊຽນ ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ COP 21, ຄຸ​້ມ​ຄອງ​ທຳ​ມະ​ຊາດ​ກໍ​ຄື​ຊຸກ​ຍູ້​ບັນ​ດາ​ຝ່າຍ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ປະ​ຕິ​ບັດ​ການ​ທູດ​ປ້ອງ​ກັນ, ສະ​ກັດ​ກັ້ນ ແລະ ຄຸ້ມ​ຄອງ​ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ.

        ທີ່​​ກອງ​ປະ​ຊຸມຄັ້ງ​ຕ່າງໆ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ແບ່ງ​ປັນ​ທັດ​ສະ​ນະ, ຫລັກ​ໝັ້ນ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ຄືນ​ຫລັກ​ໝັ້ນ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ສະ​ຫນັບ​ສະ​ຫນູນ​ການ​ປອດ​ນິວ​ເຄຼຍ​ໃນ​ແຫລມ​ເກົາ​ຫລີ, ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ປະ​ຕິ​ບັດ​ຄວາມ​ລະ​ງັບ​ໃຈ ແລະ ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ກ່ຽວ​ຂ້ອງ​ຂອງ ສະ​ພາ​ຄວາມ​ໝັ້​ໜ​ັ້ນ​ຄົງ ສ​ປ​ຊ ຢ່າງ​ເຂັ້ມ​ງວດ.

ຕອບກັບ

ຂ່າວ/ບົດ​ອື່ນ