ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫລີມສະຫລອງ185ປີແຫ່ງວັນສ້າງຕັ້ງແຂວງຮືງອຽນ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫລີມສະຫລອງ185ປີແຫ່ງວັນສ້າງຕັ້ງແຂວງຮືງອຽນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກມອບ​ຫລຽນ​ເອ​ກະ​ລາດ​ຊັ້ນ​ຫນຶ່ງ​ໃຫ້​ແຂວງ​ຮືງ​ອຽນ
ພາບ:TTXVN


(vovworld)- ຕອນ​ເຊົ້າ​ວັນ​ທີ 11/12, ເມື່ອ​ເຂົ້າ​ຮ່ວມພິ​ທີ​ສະ​ເຫລີມ​ສະ​ຫລອງ 185 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແຂວງ ຮືງ​ອຽນ (1831-2016), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕາງ​ຫນ້າ​ໃຫ້​ພັກ​, ລັດ ໄດ້​ມອບ​ຫລຽນ​ໄຊ​ເອ​ກະ​ລາດ​ຊັ້ນ​ຫນຶ່ງ​ໃຫ້​ອົງ​ຄະ​ນະ​ພັກ, ອຳ​ນ​າດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ຮືງ​ອຽນ ເພື່ອ​ຮັບ​ຮູ້​ບັນ​ດາ​ຄຸນ​ງາມ​ຄວາມ​ດີ, ການ​ອຸ​ທິດ​ສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ແຂວງ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້​ນ​ຫນັກ​ວ່າ: ແຂວງ ຮືງ​ອຽນ ແມ່ນ​ແຂວງ ມີ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ສູງກວ່າ​ລະ​ດັບ​ສະ​ເລ່ຍ​ຂອງ​ທົ່ວ​ປະ​ເທດ, ໂຄງປະ​ກອບ​ເສດ​ຖະ​ກິດ​ມີ​ການ​ຫັນ​ປ່ຽນ​ຢ່າງວ່ອງ​ໄວ​ຕາມ​ທິດ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ.

        “ໂດຍ​ແມ່ນ​ແຂວງ​ມີ​ທີ່​ຕັ້ງ​ພູມ​ສາດ​ດ້ານເສດ​ຖະ​ກິດ, ເງື່ອນ​ໄຂ​ທຳ​ມະ​ຊາດ, ສັງ​ຄົມ​ມີ​ຄວາມ​ສະ​ດວກ, ພິ​ເສ​ດ​ແມ່ນ​ປະ​ຕູ​ຂອງ​ນະ​ຄອນ​ຫລວງ, ໄລ​ຍະ​ຈະ​ມາ​ເຖິງ ແຂວງ ຮືງ​ອຽນ ຄວນ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​, ທ່າ​ໄດ້​ປຽບຢ່າງ​ສຸດ​ຂີດ, ແກ້​ໄຂ​ຂໍ້​ຈຳ​ກັດ, ຂໍ້​ຄົງ​ຄ້າງ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ. ແຂວງ ຄວນ​ລະ​ດົມ ແລະ ນຳ​ໃຊ້​ທຸກ​ແຫລ່ງ​ກຳ​ລັງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ,ສູ້​ຊົນ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​, ຫນ້າ​ທີ່​ວາງ​ອອກ​ຢ່າງ​ສຳ​ເລັດ​ຜົນ.”


ຕອບກັບ

ຂ່າວ/ບົດ​ອື່ນ