ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເລີ່ມຕົ້ນການຢ້ຽມຢາມຍີ່ປຸ່ນແລະເຂົ້າຮ່ວມກອງປະຊຸມG7ເປີດກ້ວາງ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເລີ່ມຕົ້ນການຢ້ຽມຢາມຍີ່ປຸ່ນແລະເຂົ້າຮ່ວມກອງປະຊຸມG7ເປີດກ້ວາງ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽຊວນ​ຟຸກ
 ​ໄປ​ເຖິງ​ສະໜາມ​ບິນ Chubu, ນະຄອນ Nagoya  ​ແຂວງ Aichi)

(vovworld) –​​ ຕອນ​ບ່າຍ​ວັນ​ທີ 26/05 ທ່ານ​ນາຍົກລັດຖະມົນຕີ ຫງວຽຊວນ​ຟຸກ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ ​ໄປ​ເຖິງ​ສະໜາມ​ບິນ Chubu, ນະຄອນ Nagoya  ​ແຂວງ Aichi ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຍີ່ປຸ່ນ ​ແລ​ະ ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸ​ດຍອດກຸ່ມ​ບັນດາ​ປະ​ເທ​ດອຸດ​ສາ​ຫະກຳ​ພັດ​ທະນາ (​G7) ​ເປີດ​ກ້ວາງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.

        ຕາມ​ໂຄງການ​ນີ້​ແລ້ວ ​ເມື່ອ​ມາ​ຮອດ Nagoya, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຈະ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ການ​ເຈລະຈາ​ນະ​ໂຍບາຍ​ດ້ານເສດຖະກິດ​ຂັ້ນ​ສູງ ຫວຽດນາມ - ຍີ່ປຸ່ນ ​ແລະ ພົບ​ປະ 2 ຝ່າຍ​ກັບການ​ນຳ​ບາງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ G7 ​ເປີດ​ກ້ວາງ, ​ໃນ​ໄລຍະ​ຢູ່ຢ້ຽມຢາມ ຍີ່​ປຸນ ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ແລະ ​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ແລກປ່ຽນ​ບັນດາ​ເອກະສານ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ຄາດ​ວ່າ ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນຊວນ​ຟຸກ ​ແລະ ທ່ານ​ນາຍົກລັດຖະມົນຕີ Shinzo Abe ຈະ​ແລກ​ປ່ຽນ​ກ່ຽວ​ກັບ​ບັນດາ​ການກຳນົດ​ທິດ​ໃຫຍ່ ​ແລະ ມາດ​ຕະການລະອຽດ​ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທ​ດ​ໃຫ້​ພັດທະນາ​ເຂັ້ມ​ແຂງ​ກ່ວາ​ອີກ ​ໃນ​ບັນ​ດາ​ຂົງ​ເຂດ, ຈຸດ​ສຸ​ມ​ແມ່ນ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານເສດຖະກິດ, ກາ​ນຄ້າ, ການ​ລົງທຶນ, ODA, ອຸດ​ສາ​ຫະກ​ຳໜູນ​ຊ່ວຍ, ກະສິກຳ…

ຂ່າວ/ບົດ​ອື່ນ