ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງດ້ຽນບຽນ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງດ້ຽນບຽນ - ảnh 1.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ເຮັດວຽກກັບການນຳແຂວງດ້ຽນບຽນ
(ພາບ: nhandan.com)

(vovworld) - ​ ​ໃນ​ລາຍການ​ປະຕິບັດ​ງານ​ຢູ່​ແຂວງ ດ້ຽນບຽນ, ຕອນ​ບ່າຍ​ວັນ​ທີ 01/10, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ດ້ຽນບຽນ ​​ເຊິ່ງແມ່ນ​ໜຶ່ງ​ໃນ​ບັນດາ​ທ້ອງ​ຖິ່ນ​ ​ທຸກ​ຍາກ​ທີ່​ສຸດ​ໃນ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ດ້ວຍ​ອັດຕາ​ຄອບຄົວ​ທຸກ​ຍາກ​ກວມ​​ກ່ວາ 48%. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ແຂວງ ດ້ຽນບຽນ ຕ້ອງ​ເດັດ​ດຽວ​ຮັບປະກັນສະພາບ​ຄວາມສະຫງົບ​ປອດ​ໄພ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽຍຮ້ອຍ​​ໃນສັງຄົມ​ໃຫ້​ດີ. ດ້ຽນບຽນ ຄວນ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ, ​​ເປີດ​ກ້ວາງ​ການ​ມອບ​ສິດ​ໃຫ້​ປະຊາຊົນ​ໃນ​ການ​ຄຸ້ມ​ຄອງ, ພັດທະນາ​ປ່າ​ໄມ້. ​ແຂວງ​ຄວນ​ຍູ້​ແຮງການ​ສົ່ງ​ເສີມ​ກະສິກຳ, ສົ່ງ​ເສີມ​ ປ່າ​ໄມ້ ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ຍົກ​ສູງລະດັບ​ຄວາມ​ຮູ້​ຂອງ​ປະຊາຊົນ, ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດ​ຜ່ອນ​ຄວາມທຸກ​ຍາກ, ພິ​ເສດ​ແມ່ນ​ຜ່ານ​ກາ​ນສຶກສາ, ບຳລຸງ​ສ້າງ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ລູກ​ຫຼານພໍ່​ແມ່​ປະຊາຊົນ​ໄດ້​ຮຳ່ຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມກ່ວາ​ອີກ​ ​ເພື່ອ​ຮັບ​ເອົາພູມ​ປັນຍາ, ຖື​ນີ້​ແມ່ນ​ມາດ​ຕະການ​ສຳຄັນ​ ​ເພື່ອ​ບືນ​ຕົວ​ຂຶ້ນຫລຸດ​ພົ້ນຈາກ​ຄວາມ​ທຸກ​ຍາກ, ພັດທະນາ​ເສດຖະກິດ - ສັງຄົມ​ທ້ອງ​ຖິ່ນ. ທ່ານ​ນາຍົກລັດຖະມົນຕີ​ເນັ້ນ​ໜັກ​ວ່າ: ດ້ຽນບຽນ ຄວນ​ມີ​ບັນດາມາດ​ຕະການ​ບຸກທະລຸ​ໃນ​ການ​ພັດທະນາ​ການທ່ອງ​ທ່ຽວ, ປະຕິບັດ​ ວຽກ​ງານ​ໂຄສະນາ​ໃຫ້​ດີ​ກ່ວາ​ອີກ, ສ້າງ​ເຄື່ອງໝາຍ​ການ​ຄ້າ​ທ່ອງ​ທ່ຽວ​ບົນ​ພື້ນຖານ​ມູນ​ເຊື້​ອວັດທະນະທຳ​ຂອງ​ພໍ່​ແມ່​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ຢູ່ທ້ອງຖິ່ນ.

ຂ່າວ/ບົດ​ອື່ນ