ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບຄະນະຄຸ້ມຄອງສຸສານປະທານໂຮ່ຈິມີນ

(VOVWORLD) -ຕອນເຊົ້າວັນທີ 3 ທັນວາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບຄະນະຄຸ້ມຄອງສຸສານປະທານໂຮ່ຈິມີນ ກ່ຽວກັບວຽກງານບູລະນະປະຕິສັງຂອນກິດຈະກຳ ສຸສານປະທານໂຮ່ຈິມີນ ປະຈຳໄລຍະ. ກ່ອນຫນ້ານັ້ນ ທ່ານນາຍົກລັດຖະມົນຕີ ໄດ້ລົງກວດກາບັນດາຂັ້ນຕອນພາຍຫລັງບູລະນະປະຕິສັງຂອນມາເປັນເວລາເກືອບ 3 ເດືອນ. 
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບຄະນະຄຸ້ມຄອງສຸສານປະທານໂຮ່ຈິມີນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ກວດກາວຽກງານປະຕິສັງຂອນສຸສານປະທານໂຮ່ຈິມີນ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີຄວາມປະທັບໃຈກ່ຽວກັບການຮັບໃຊ້ນັກທ່ອງທ່ຽວຢ່າງສຸດຈິດສຸດໃຈຂອງຄະນະຄຸ້ມຄອງສຸສານ ເປັນຕົ້ນໃນສະພາບການແຂກມາຢ້ຽມຢາມນັບມື້ນັບຫລາຍຂຶ້ນ, ໃນນັ້ນ ມີແຂກຕ່າງປະເທດ, ບໍ່ໄລ່ເດືອນ ທັນວານີ້ ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມສຸສານໄດ້ເພີ່ມຂຶ້ນ 12% ເມື່ອທຽບໃສ່ປີກາຍແລ້ວ. ທ່ານນາຍົກລັດຖະມົນຕີ ຖືວ່າ ນາຍທະຫານ, ພາລະກອນຄະນະຄຸ້ມຄອງສຸສານ ບໍ່ພຽງແຕ່ມີຄຸນນະທາດດ້ານການເມືອງດີ, ມີຄວາມເຂົ້າໃຈກ່ຽວກັບປະຫວັດສາດ, ຫນ້າທີ່ໄດ້ຮັບການມອບຫມາຍເທົ່ານັ້ນ ຫາກຍັງເກັ່ງດ້ານພາສາຕ່າງປະເທດເພື່ອແນະນຳໃຫ້ແຂກມາຢ້ຽມຢາມສຸສານປະທານໂຮ່ຈິມີນ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ