ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກຢູ່ແຂວງບ່າເຣີ້ຍ - ວູງເຕົ່າ

(VOVWORLD) - ໃນຂອບເຂດການໄປປະຕິບັດງານຢູ່ແຂວງ ບ່າເຣີ້ຍ - ວູງເຕົ່າ, ຕອນເຊົ້າວັນທີ 21 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປສຳຫຼວດກວດກາ ແລະ ເຮັດວຽກ ຢູ່ທ່າກ່ຳປັ່ນສາກົນ ກ໋າຍແມ໋ບ.
 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກຢູ່ແຂວງບ່າເຣີ້ຍ - ວູງເຕົ່າ - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປສຳຫຼວດກວດກາ

ແລະ ເຮັດວຽກ ຢູ່ທ່າກ່ຳປັ່ນສາກົນ ກ໋າຍແມ໋ບ)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ການນຳບໍລິສັດທ່າກ່ຳປັ່ນສາກົນ ກ໋າຍແມ໋ບ ຈຳກັດ ປະຕິຮູບ, ຖອນເວລາເຮັດບັນດາລະບຽບການ, ຍູ້ແຮງການແຈ້ງພາສີ ແລະ ການຂົນສົ່ງສິນຄ້າຜ່ານທ່າກ່ຳປັ່ນ ຕາມຈິດໃຈປະຕູດຽວ, ຜ່ານນັ້ນຢືນຢັນວ່າ ຫວຽດນາມ ສາມາດຕອບສະໜອງບັນດາມາດຕະຖານສາກົນໄດ້, ໂດຍສະເພາະແມ່ນການແຈ້ງພາສີສິນຄ້າ. ພ້ອມກັນນັ້ນແມ່ນເອົາໃຈໃສ່ລົງທຶນເຕັກໂນໂລຊີທີ່ທັນສະໄໝ, ພື້ນຖານໂຄງລ່າງເພື່ອສາມາດຂົນຖ່າຍສິນຄ້າຢ່າງໄວ, ຍົກສູງສະມັດຕະພາບແຮງງານ.

        ແລະກໍ່ໃນຂອບເຂດການໄປປະຕິບັດງານຢູ່ແຂວງ ບ່າເຣີ້ຍ - ວູງເຕົ່າ, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະ ຢູ່ສູນປິ່ນປົ່ວບຳລຸງສຸຂະພາບທະຫານເສຍອົງຄະ ແລະ ຜູ້ທີ່ມີຄຸນງາມຄວາມດີ ລອງເດີດ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຢືນຢັນວ່າ.

        “ພັກ, ລັດ ຫວຽດນາມ ຖືນະໂຍບາຍຕອບບຸນແທນຄຸນ, ນະໂຍບາຍແນວຫຼັງກອງທັບປະຊາຊົນ ແມ່ນນະໂຍບາຍພື້ນຖານ, ສຳຄັນໃນລະບົບຮັບປະກັນຊີວິດສັງຄົມຂອງຫວຽດນາມ. ພັກ, ລັດ ປັບປຸງລະບອບ, ນະໂຍບາຍກົດໝາຍຢ່າງບໍ່ຢຸດຢັ້ງ; ໃນສະພາບປະເທດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ຖືບັນຫາສົ່ງເສີມທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພືຶ່ອຊາດ, ຄອບຄົວຜູ້ມີຄຸນງາມຄວາມດີແມ່ນໜ້າທີ່ສຳຄັນ.”

ຕອບກັບ

ຂ່າວ/ບົດ​ອື່ນ