ທ່່ານນາຍົກລັດຖະມົນຕີຫງວຽນເຕີ້ນຢຸ້ງ ຕ້ອນຮັບ ລັດຖະມົນຕີເສດຖະກິດຍີປຸ່ນ

ທ່່ານນາຍົກລັດຖະມົນຕີຫງວຽນເຕີ້ນຢຸ້ງ ຕ້ອນຮັບ ລັດຖະມົນຕີເສດຖະກິດຍີປຸ່ນ - ảnh 1

ທ່່ານນາຍົກລັດຖະມົນຕີ​ ຫງວຽນ​ເຕີ້​ນຢຸ້ງ ​ຕ້ອນຮັບ​ລັດຖະມົນຕີກະຊວງ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ​ຍີ​ປຸ່ນ(ພາບ: baodientu.chinhphu.vn)


(vovworld) –
ຕອນ​ບ່າຍ​ ວັນ​ທີ 1/7, ຢູ່​ຮ່າ​ໂນ້ຍ, ​ໃນ​ການ​ຕ້ອນຮັບ​ລັດຖະມົນຕີ ກະຊວງ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ​ຍີ​ປຸ່ນ ທ່ານ Toshimitsu Motegi ຊຶ່ງ​ພວມ​ຢ້ຽມຢາມ​ຫວຽດນາມ, ທ່່ານນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ​ເນັ້ນ​ໜັກ​ວ່າ ຫວຽດນາມ​ຖື​ເປັນ​ສຳຄັນ​ພິ​ເສດ ການ​ຮ່ວມ​ມື​ກັບ​ຍີ​ປຸ່ນບົນ​ຈິດ​ໃຈ​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ທ່່ານນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ສະ​ເໜີ​ໃຫ້ 2 ຝ່າຍ​ຍູ້​ແຮງ​ວົງ​ເງິນ​ການ​ຄ້າ 2 ສົ້ນ, ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຍີ​ປຸ່ນ​ເຂົ້າ​ມາ​ລົງທຶນ​ຢູ່​ຫວຽດນາມ ກໍ​ຄື ສ້າງ​ທຸກ​ເງື່ອນ​ໄຂ​ສະດວກເພື່ອ​ໃຫ້​ແພດ​ໝໍ​ຫວຽດນາມ​ໄປ​ອອກ​ແຮງ​ງານ​ຢູ່​ຍີ​ປຸ່ນ; ຍີ​ປຸ່ນສືບ​ຕໍ່​ເພີ່ມ​ທຶນ ODA ​ໃຫ້​ແກ່​ຫວຽດນາມ. ທ່່ານ ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ຫວັງ​ວ່າ ລັດຖະບານ ຍີ​ປຸ່ນສືບ​ຕໍ່​ເອົາ​ໃຈ​ໃສ່​ເພື່ອ​ໃຫ້ 2 ຝ່າຍ​ສ້າງ​ສຳ​ເລັດ ​ແລະ ຜັນ​ຂະຫຍາຍ​ແຜນການ​ດຳ​ເນີນ​ງານ​ຂອງ 6 ຂະ​ແໜງ​ອຸດສາຫະກຳ​ທີ່​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ໃນ​ຍຸດ​ທະ​ສາດ​ຫັນ​ເປັນ​ອຸດສາຫະກຳ​ຂອງ​ຫວຽດນາມ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ຫວຽດນາມ- ຍີ​ປຸ່ນ ມຸ່ງ​ໄປ​ສູ່​ປີ 2020 ​ແລ​ະ ວິ​ໄສ​ທັດ​ເຖິງ​ປີ 2030.

   ກ່ອນໜ້ານັ້ນ, ໃນວັນດຽວກັນ,ທ່ານລັດຖະມົນຕີ​ກະຊວງ​ອຸດສາຫະກຳການຄ້າ ຫວຍດນາມ ຫວູຮູ​ຍຮ່ວາງ ມີ​ການ​ເຈລະຈາ ກັບ​ລັດຖະມົນຕີ​ກະຊວງ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ ຍີ່ປຸ່ນ (METI) ທ່ານ Toshimitsu Motegi ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ແຕ່​ວັນ​ທີ 1 – 3/7. ທີ່​ການ​ເຈລະຈາ​, ທ່ານ​ລັດຖະມົນຕີ Toshimitsu Motegi ​ໄດ້​ຍົກ​ອອກ​ບັນດາ​ເນື້ອ​ໃນ​ທີ່​ຝ່າຍ​ຍີ່ປຸ່ນ​ມີ​ຄວາມ​ສົນ​ໃຈ​ຄື: ​ແຜນ​ຮ່າງ​ຍຸດ​ທະ​ສາດ​ຫັນ​ເປັນ​ອຸດສາຫະກຳ​ຂອງ ຫວຽດນາມ ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ຫວຽດນາມ - ຍີ່ປຸ່ນ ມຸ່ງ​ໄປ​ເຖິງ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030, ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ອຸດສາຫະກຳ​ສຳຮອງ.​.​.​ ສ່ວນ​ທ່ານ​ລັດຖະມົນຕີ ຫວູຮູ​ຍຮ່ວາງ ຫວັງ​ວ່າ: ລັດຖະບານ​ ຍີ່ປຸ່ນ ສືບ​ຕໍ່​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່, ການ​ໜູນ​ຊ່ວຍໃຫ້ແກ່ ຫວຽດນາມ ​ໃນບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ພະລັງງານ, ອຸດສາຫະກຳ ​ແລະ ການ​ຄ້າ, ລະອຽດ​ຄື: ນຳ​ໃຊ້​​ເຕັກ​ໂນ​ໂລ​ຢີ​ໄຟຟ້າ ນິວ​ເຄຼຍ​ເພື່ອ​ຈຸດປະສົງ​ສັນຕິພາບ, ສຳ​ຫຼວດຂຸດ​ຄົ້ນ ​ແລະ ປຸງແຕ່ງດິນ​ປະເສີດ. ສິ້ນ​ສຸດ​ການ​ເຈລະຈາ, ທ່ານ​ລັດຖະມົນຕີ ຫວູຮູ​ຍຮ່ວາງ ​ແລະ ທ່ານ​ລັດຖະມົນຕີ Toshimitsu Motegi ​ເປັນ​ສັກຂີ​ພິຍານ​ພິທີ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະ​ຫວ່າງ​ບັນດາ​ວິ​ສາ​ຫະກິດ ຍີ່​ປຸ່ນ ​ແລະ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ກ່ຽວ​ກັບ​ໂຄງການ​ເຂດ​ຕົ​ວ​ເມືອງ - ສູນ​ເຕັກ​ໂນ​ໂລຢີຊອບ​​ແວ ຮ່າ​ໂນ້ຍ.

 

ຂ່າວ/ບົດ​ອື່ນ