ທ່ານນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບລັດຖະມົນຕີການເງິນກຳນົດລາຄາກູບາ

ທ່ານນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບລັດຖະມົນຕີການເງິນກຳນົດລາຄາກູບາ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ​ຕ້ອນຮັບ
​ທ່ານ​ນາງ Lina Pedraza Rodriguez
(ພາບ: kinhtenongthon.com.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 18/9, ທີ່​ການ​ຕ້ອນຮັບ​ທ່ານ​ນາງ Lina Pedraza Rodriguez ລັດ​ຖະມົນຕີວ່າການກະຊວງ​ການ​ເງິນ ​ແລະ ກຳນົດ​ລາຄາ ກູ​ບາ ພວມ​ຢ້ຽ​ມຢາມ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຕີ​ລາຄາ​ສູງ​ໝາກຜົນ​ການ​ເຮັດ​ວຽກ​ລະຫວ່າງ 2 ກະຊວງ​ການ​ເງິນ ຫວຽດນາມ ​ແລ​ະ ການ​ເງິນ ກູ​ບາ. ທ່ານນາຍົກລັດຖະມົນຕີ ຢືນຢັນ​: ການ​ພົວພັນຮ່ວມ​ມື​ຫລາຍ​ດ້ານ ຫວຽດນາມ - ກູ​ບາ ​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ດີງາມ​ທີ່​ສຸດ ​ແລະ ບັນລຸ​ໄດ້​ໝາກຜົນ​ແທດ​ຈິງ​ຫລາຍ​ຢ່າງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດລວມ​ໃຫ້​ທັງ 2 ປະ​ເທດ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຖື​ວ່າ: ​ໃນ​ສະພາບ​ການ​ໃໝ່ 2 ຝ່າຍ​ຄວນ​ແລກ​ປ່ຽນ, ສ້າງ​​ໂຄງ​ການ​ຮ່ວມ​ມື​ໃໝ່ ​ເພື່ອ​ນຳ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ກ້າວ​​ເຂົ້າ​ສູ່​ໄລຍະ​ໃໝ່​ພັດທະນາ​ສູງ​ກ່ວາ​ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ.

 

ຂ່າວ/ບົດ​ອື່ນ