ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເຂົ້າຮ່ວມພິທີສະຫລອງໂຄງການເປີດກວ້າງໂຮງໝໍທົງເຍີດນະຄອນໂຮ່ຈີມີນ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເຂົ້າຮ່ວມພິທີສະຫລອງໂຄງການເປີດກວ້າງໂຮງໝໍທົງເຍີດນະຄອນໂຮ່ຈີມີນ - ảnh 1
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ
ກ່າວ​ຄຳ​ເຫັນ​ນະ​ພິ​ທີ

(vovworld)- ​ ​​ ພາຍ​ຫລັງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ (30/4/1975), ໂຮງ​ໝໍ ທົງ​ເຍີດ ຊື່ງ​ຕົ້ນ​ກຳ​ເນີດ​ແມ່ນ​ໂຮງ​ໝໍ K 71 ທະ​ຫານ​ປົດ​ປ່ອຍ​ພາກ​ໃຕ້, ມີ​ພຽງ 400 ຕຽງ​ຮັບ​ໃຊ້​ຄົນ​ເຈັບ ດ້ວຍ​ພາ​ລະ​ບົດ​ບາດ​ແມ່ນ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ໃຫ້​ແກ່​ພະ​ນັກ​ງານ​ຂັ້ນສູງ. ພາຍ​ຫລັງ 40 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ ແລະ ພັດ​ທະ​ນາ, ມາ​ຮອດ​ປະ​ຈຸ​ບັນ ​ໂຮງ​ໝໍ​ທົງ​ເຍີດ​ນະ​ຄອນ ໂຮ່​ຈິ​ມີນ ​ມີ 1.200 ຕ​ຽງ, ດ້ວຍ​ພະ​ນັກ​ງານ​ການ​ແພດ ກວ່າ 1200 ຄົນ, ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການໃນ​ການກວດ​ກາ ແລະ ​ປິ່ນ​ປົວພະ​ຍາດ​ໃຫ້​ຄົນ​ເຈັບ​ນັບ​ມື້​ນັບ​ດີ​ຂຶ້ນ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ​ສະ​ຫລອງ​ໂຄງ​ການ​ເປີດກວ້າງ​ໂຮງ​ໝໍ​ທົງ​ເຍີດ ນະ​ຄອນ ໂຮ່​ຈິ​ມີນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ​ໃຫ້​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ສ້າງ​ເງື່ອນ​ໄຂ​ສະ​ດວກກວ່າ​ໃຫ້​ໂຮງ​ໝໍ ທ​ົງ​ເຍີດ ລົງ​ທຶນ​ອຸ​ປະ​ກອນ​ການ​ແພດ​ທັນ​ສະ​ໄຫມ, ດຶງ​ດູດ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ການ​ແພດ ທັງ​ມີ​ວິ​ຊາ​ສະ​ເພາະ​ເກັ່ງ ທັງ​ມີ​ຄຸນ​ສົມ​ບັດ​ດີ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ເບິ່ງ​ແຍງ​ສຸ​ຂະ​ພາບ​ນັບ​ມ​ື້​ນັບ​ສູງ​ສຳ​ລັບ​ພະ​ນັກ​ງານ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ.

 

 

ຂ່າວ/ບົດ​ອື່ນ