ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເປັນເຈົ້າພາບຈັດງານລ້ຽງຂັ້ນລັດຮັບຮອງບັນດາຜູ້ແທນເຂົ້າຮ່ວມIPU132


(vovworld)-​ຕອນ​ຄ່ຳ​ວັນ​ທີ 31/3, ຢູ່​ສູນ​ ຮ່​ວາງ​ແທງ​ທັງ​ລອງ, ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ພ​້ອມ​ດ້ວຍ​ພັນ​ລະ​ຍາ​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ງານ​ລ້ຽງ​ຂັ້ນ​ລັດຮັບ​ຮອງບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ IPU 132 ພວມ​ດຳ​ເນີນ​ໄປ​ຢູ່ ຮ່​າ​ໂນ້ຍ. ເຂົ້າ​ຮ່ວມງານ​ລ້ຽງ ມີ​ທ່ານ​ປະ​ທານສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ, ປະ​ທານ IPU  Saber Chowdhury,  ເລ​ຂາ​ທິ​ການ​ໃຫຍ່ IPU , Martin Chungong ພ້ອມ​ກັບ​ບັນ​ດາ​ຜູ້​ແທນ​ມາ​ຈາກ 166 ລັດ​ຖະ​ສະ​ພາ​ສະ​ມາ​ຊິກໃນ​ທົ່ວ​ໂລກ.

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເປັນເຈົ້າພາບຈັດງານລ້ຽງຂັ້ນລັດຮັບຮອງບັນດາຜູ້ແທນເຂົ້າຮ່ວມIPU132 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ, ປະ​ທານ IPUSaber Chowdhur
ແລະ​ຜູ້​ແທນ​ເຂົ້າ​ຮ່ວມ IPU 132
ພາບ:http://nguyentandung.org

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເນັ້ນ​ຫນັກ​ວ່າ: ​ເລື່ອງ​ຈັດ​ຕັ້ງ IPU 132 ແມ່ນ​ເຫດ​ການ​ການ​ຕ່າງ​ປະ​ເທດ​ສຳ​ຄັນ​ພິ​ເສດ​ຂອງ​ຫວຽດ​ນາມ, ສະ​ແດງ​ໃຫ້​ເຫັນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ. ການ​ພົວ​ພັນ​ກັບ​ສາ​ກົນ​ເປັນຫລາຍ​ຮູບ​ຫລາຍ​ແບບ, ຫລາຍ​ຝ່າຍ ແລະ ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ​ໃນ​ການ​ເຊື່ອມ​ໂຍງ, ຮ່ວມ​ມື​ກັບ​ສາ​ກົນ, ເປັນ​ເພື່ອນ​, ເປັນ​ຄູ່​ຮ່ວມ​ມື​ທີ່ໄວ້​ເນື້ອ​ເຊື່ອ​ໃຈ ແລະ ເປັນ​ສະ​ມາ​ຊິກ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ປະ​ຊາ​ຄົມ​ໂລກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ: ເລື່ອງ IPU 132 ຮັບ​ຮອງ​ເອົາ​ຖະ​ແຫລງ​ການ​ຂອງ IPU ຢູ່ ຮ່າ​ໂນ້ຍ ແລະ ບັນ​ດາ​ມະ​ຕິ​ສຳ​ຄັນນັ້ນ ເປັນ​ການ ຢືນ​ຢັນ ບົດ​ບາດ​ຂອງ IPU ບໍ່​ພຽງ​ແຕ່​ແມ່ນ​ເວ​ທີ​ປາ​ໄສ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຫລາຍ​ຝ່າຍ​ໃຫຍ່​ສຸດ​ຂອງ​ໂລກ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ການ ພ້ອມ​ກັບ ສ​ປ​ຊ ​ສ້າງ​ໂຄງ​ການ​ດຳ​ເນີນ​ງານ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ທົ່ວ​ໂລກ​ພາຍ​ຫລັງ 2015 ອີກ​ດ້ວຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ກໍ​ໄດ້​ແນະ​ນຳ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ຜົນ​ງານ​ແຫ່ງ​ການ​ພັດ​ທະ​ນາຂອງ​ຫວຽດ​ນາມ ພາຍ​ຫລັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ໃນ​ນັ້ນ GDP ບັນ​ລຸ​ລະ​ດັບ 7%/ປ​ີ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ໄດ້​ການ​ປັບ​ປຸງ ແລະ ​ຍົກ​ສູງ​ຂຶ້ນ. ​ສ​ປ​ຊ ໄດ້​ເຊີດ​ຊູ ຫວຽດ​ນາ​ມ ແມ່ນ​ປະ​ເທດ​ສຳ​ເລັດ​ຫລາຍ​ເປົ້າ​ໝາຍ​ພັດ​ທະ​ນາສະ​ຫັດ​ສະ​ວັດ ກ່ອນ​ກຳ​ນົດ​ເວ​ລາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ:

        “ເພື່ອ​ຮັກ​ສາ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ຢ່າງ​ໝັ້ນ​ຄົງ, ແຕ່​ລະ​ປະ​ເທດ ເຖິງວ່າ​ແມ່ນ​ປະ​ເທດ​ໃຫຍ່ ຫລື ນ້ອຍ ພ້ອມ​ກັບ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍດ​ສະ​ເພາະ​ຂອງ​ຕົນ ລ້ວນ​ແຕ່​ຕ້ອງ​ເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ບັນ​ດາ​ປະ​ເທດ​ອື່ນ​ກໍ​ຄື​ພ້ອມ​ກັນ​ເອົາ​ໃຈ​ໃສ່​ເຖິງ​ບັນ​ຫາ​ລວມ, ຜົນ​ປະ​ໂຫຍດ​ລວມ​ຂອງ​ພາກ​ພື້ນ ແລະ ໂລກ.”

ຂ່າວ/ບົດ​ອື່ນ