ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ: ກະສິກໍາ ​ແມ່ນ​ຂະ​ແໜງສົ່ງ​ອອກຫຼັກ​​ແຫຼ່ງ

(VOVWORLD) -ຕອນບ່າຍວັນທີ 23 ທັນວາ, ຢູ່ຮ່າໂນ້ຍ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມອອນລາຍສະຫຼຸບພາລະໜ້າທີ່ປີ 2019 ແລະ ຜັນຂະຫຍາຍພາລະໜ້າທີ່ປີ 2020. 
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ: ກະສິກໍາ ​ແມ່ນ​ຂະ​ແໜງສົ່ງ​ອອກຫຼັກ​​ແຫຼ່ງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP) 

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ວາງອອກບາງຄາດໝາຍສໍາຄັນໃຫ້ແກ່ຂະແໜງກະສິກໍາ ພ້ອມທັງເນັ້ນໜັກວ່າ ຂະແໜງກະສິກໍາ ຕ້ອງສວມບົດບາດດີກວ່າເກົ່າໃນພື້ນຖານເສດຖະກິດ. ໃນນັ້ນ, ປີ 2020, ລະດັບເຕີບໂຕ GDP ຂອງຂົງເຂດກະສິກໍາຕ້ອງບັນລຸ 3% ; ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າ ບັນລຸກວ່າ 43 ຕື້ USD; ມີສະຫະກອນການກະເສດສ້າງຕັ້ງໃໝ່ 2.000 ແຫ່ງ ເຮັດໃຫ້ຈໍານວນສະຫະກອນຂອງປະເທດຂຶ້ນເຖິງ 17.000 ແຫ່ງ. ມີການເປີດສະຫຼອງໂຮງຈັກໂຮງງານປຸງແຕ່ງໃໝ່ຫຼາຍແຫ່ງ ແລະ ມີເຂດຜະລິດກະສິກຳເຕັກໂນໂລຊີສູງຫຼາຍແຫ່ງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ:

“ຂະແໜງກະສິກຳ ຕ້ອງສືບຕໍ່ສຸມໃສສ້າງໂຄງປະກອບຄືນໃໝ່, ຖືການພັດທະນາການຜະລິດຜະລິດຕະພັນກະເສດ, ໝູນໃຊ້ເຕັກໂນໂລຢີສູງ, ເພີ່ມທະວີຂອດປຸງແຕ່ງ, ການເກັບຮັກສາຜະລິດຕະພັນກະເສດ, ຜະລິດຕາມສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ເປີດກວ້າງການພັດທະນາຕະຫຼາດ ແມ່ນບັນດາຂອດບຸກທະລຸຂອງຂະແໜງໃນປີ 2020 ແລະ ຊຸມປີຕໍ່ໆໄປ. ເລື່ອງທີ 2 ແມ່ນ ຮັບປະກັນດ້ານຄຸນນະພາບ ແລະ ຮັກສາຊື່ສຽງຂອງຜະລິດຕະພັນກະເສດ. ພິເສດແມ່ນເປີດກວ້າງຕະຫຼາດ, ໂດຍສະເພາະແມ່ນຕະຫຼາດ 28 ປະເທດຂອງ ສະຫະພາບ ເອີຣົບ”.

        ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຂະແໜງກະສິກໍາ ຍູ້ແຮງການຫັນປ່ຽນໂຄງປະກອບການປູກຝັງ, ລ້ຽງສັດໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ. ສືບຕໍ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປ້ອງກັນ, ຕ້ານໄພທໍາມະຊາດ, ພິເສດແມ່ນຕັດສິນໃຈຍາດເອົາບັດຂຽວຂອງ  ຄະນະກໍາມະການເອີຣົບ (EC) ແທນໃຫ້ບັດເຫຼືອງໃນປັດຈຸບັນ.  


ຕອບກັບ

ຂ່າວ/ບົດ​ອື່ນ