ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານຮອງປະທານສະພາຕໍ່າ ສ.ເຊັກໂກ

(VOVWORLD) -  ຕອນເຊົ້າວັນທີ 12 ມິຖຸນາ, ຢູ່ສໍານັກງານລັດຖະບານ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Vojtech Filip ຮອງປະທານສະພາຕໍ່າເຊັກໂກ, ປະທານພັກກອມມູນິດ ເຊັກໂກ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານຮອງປະທານສະພາຕໍ່າ ສ.ເຊັກໂກ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Vojtech Filip ຮອງປະທານສະພາຕໍ່າເຊັກໂກ (ພາບ: VOV)

  ນະທີ່ນີ້, ທ່ານ Vojtech Filip ປາດຖະໜາຢາກຊຸກຍູ້ການຮ່ວມມືກ່ຽວກັບດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດ, ທ່ານຮອງປະທານສະພາແຫ່ງຊາດ ເຊັກໂກ ໃຫ້ຮູ້ວ່າ ຈະຮ່ວມມື ແລະ ໜູນຊ່ວຍເພື່ອເປີດສາຍການບິນໂດຍກົງລະຫວ່າງ ຮ່າໂນ້ຍ ໄປຍັງ Praha ໂດຍໄວ. ເຊັກໂກ ກໍພວມສ່ົງເສີມການຮ່ວມມືກັບ ຫວຽດນາມ ໃນຂົງເຂດອຸດສາຫະກໍາລົດໂອໂຕ ແລະ ປາດຖະໜາຢາກ ເລີ່ມລົງມືກໍ່ສ້າງໂຮງງານຢູ່ຫວຽດນາມ ໂດຍໄວ.

        ສ່ວນທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງຕໍ່ເລື່ອງ ລັດຖະບານ ເຊັກໂກ ໄດ້ເຊື່ອມຕໍ່ການອອກວິຊາໃຫ້ແຮງງານຫວຽດນາມ ຄືນໃໝ່ ແລະ ປາດຖະໜາຢາກໃຫ້ສອງປະເທດສືບຕໍ່ມານະພະຍາຍາມກວ່າອີກ ເພື່ອຊຸກຍູ້ ແລະ ເປີດກວ້າງການພົວພັນຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍສະເໜີ ວິສາຫະກິດ ເຊັກໂກ ຄົ້ນຄວ້າຄວາມອາດສາມາດລົງທຶນເຂົ້າໃນບັນດາຂົງເຂດ ເຊິ່ງ ຫວຽດນາມ ພວມມີຄວາມຕ້ອງການຄື ພະລັງງານ, ພື້ນຖານໂຄງລ່າງ, ປົກປັກຮັກສາສິ່ງແວດລ້ອມ... ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ພ້ອມແລ້ວທີ່ຈະປະຕິບັດທຸກມາດຕະການທີ່ເໝາະສົມ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດ ໃຫ້ພັດທະນາຢ່າງດີງາມກວ່າອີກໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີ ທ່ານຮອງປະທານສະພາຕໍ່າ ເຊັກໂກ ຊຸກຍູ້ການປະຕິບັດການກວດກາຄືນນິຕິກໍາ ແລະ ບັນດາລະບຽບການພາຍໃນປະເທດໃຫ້ສໍາເລັດໂດຍໄວ; ພ້ອມທັງກະທົບບັນດາປະເທດ ອີຢູ ລົງນາມ ແລະ ຮັບຮອງເອົາສັນຍາການຄ້າເສລີ ຫວຽດນາມ - ອີີຢູ (EVFTA) ແລະ ສັນຍາອາລັກຂາການລົງທຶນ (PIA) ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ