ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ຕ້ອນຮັບ​​ເອກ​ອັກຄະ​ລັດຖະທູດ ​ໂຮ​ນລັງ, ​ແບນ​ຊິກ ​ແລະ ບັນດາ​ນັກ​ລົງທຶນ​ເອີຣົບ

(VOVWORLD) -ຕອນບ່າຍວັນທີ 16 ກັນຍາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໂຮນລັງ Elsbeth Akkerman, ທ່ານເອກອັກຄະລັດຖະທູດ ແບນຊິກ Paul Jansen ພ້ອມດ້ວຍບັນດານັກລົງທຶນຂອງ ສະຫະພາບເອີຣົບ (ອີຢູ) ທີ່ພວມມີຄວາມປາດຖະໜາຢາກລົງທຶນເຂົ້າສູນ Logistic ກ໊າຍແມບຮະ ເຊິ່ງມີມູນຄ່າເກືອບ 1 ຕື້ USD ຢູ່ແຂວງ ບ່າເຣ້ຍ ຫວູງເຕົ່າ, ພາກໃຕ້ຫວຽດນາມ.
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ຕ້ອນຮັບ​​ເອກ​ອັກຄະ​ລັດຖະທູດ ​ໂຮ​ນລັງ, ​ແບນ​ຊິກ ​ແລະ ບັນດາ​ນັກ​ລົງທຶນ​ເອີຣົບ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄໍາເຫັນທີ່ການຕ້ອນຮັບ (ພາບ: VGP)

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ, ວິສາຫະກິດໃຫຍ່ຈາກຕ່າງປະເທດ, ພິເສດແມ່ນ ອີຢູ ທີ່ມີຄວາມສາມາດບົ່ມຊ້ອນ, ມີກໍາລັງຄວາມສາມາດດ້ານເຕັກໂນໂລຢີສູງ ເຂົ້າມາລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍຊົມເຊີຍຕໍ່ຄວາມຕັດສິນໃຈຂອງນັກລົງທຶນເຂົ້າມາປະຕິບັດໂຄງການ ກ໊າຍແມບຮະ ບົນເນື້ອໃຈຈິດໃຈ “ຄົມມະນາຄົມຂຽວ”, ພັດທະນາ Logistic ເພື່ອສົ່ງອອກສິນຄ້າ ຫວຽດນາມ ໄປຍັງ ອີຢູ ແລະ ທົ່ວໂລກ. ທ່ານນາຍົກລັດຖະມົນຕີ ສະເໜີ ໃຫ້ ໂຮນລັງ, ແບນຊິກ ແລະ ອີຢູ ສະແດງທັດສະນະຢ່າງແຮງກວ່າ ກ່ຽວກັບການປົກປ້ອງທັດສະນະເຄົາລົບກົດໝາຍຢູ່ເຂດທະເລຕ່າງໆ ແລະ ມະຫາສະໝຸດ, ສະໜັບສະໜູນທັດສະນະຂອງຫວຽດນາມ ແລະ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີ ໃຫ້ແບນຊິກ ແລະ ໂຮນລັງ ໜູນຊ່ວຍຫວຽດນາມ ໃນການຍົກສູງກໍາລັງຄວາມສາມາດປະຕິບັດ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຢ່າງມີປະສິດທິຜົນ.

ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ຕ້ອນຮັບ​​ເອກ​ອັກຄະ​ລັດຖະທູດ ​ໂຮ​ນລັງ, ​ແບນ​ຊິກ ​ແລະ ບັນດາ​ນັກ​ລົງທຶນ​ເອີຣົບ - ảnh 2ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ໂຮນລັງ, ແບນຊິກ ແລະ ບັນດານັກລົງທຶນເອີຣົບ (ພາບ:VGP)

          ເມື່ອແລກປ່ຽນກ່ຽວກັບໂຄງການຮ່ວມມື Logistic ທ່າກໍ່າປັ່ນທະເລ, ທ່ານເອກອັກຄະລັດຖະທູດ ໂຮນລັງ Elsbeth Akkerman ຢັ້ງຢືນວ່າ ລັດຖະບານ ໂຮນລັງ ສະໜັບສະໜູນຕໍ່ໂຄງການດັ່ງກ່າວ, ເຊິ່ງໄດ້ສະແດງໃຫ້ເຫັນຜ່ານເລື່ອງ ທະນາຄານພັດທະນາໂຮນລັງ ໃຫ້ຄໍາໝັ້ນສັນຍາຈະປະກອບເງິນລົງທຶນເຂົ້າໂຮງການນີ້ 10%. ພ້ອມກັນນັ້ນ, ທ່ານເອກອັກຄະລັດຖະທູດ ແບນຊິກ Paul Jansen ກໍຢັ້ງຢືນວ່າ ກຸ່ມບໍລິສັດລົງທຶນສາກົນ ແບນຊິກ ກໍຈະປະກອບທຶນເຂົ້າໂຄງການດັ່ງກ່າວເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ