ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ຢ້ຽມຢາມ ສໍານັກງານໜັງສື​ພິມ ​ເຍິນ​ເຢິນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 95 ປີ ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ ຫວຽດນາມ

(VOVWORLD) -  ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 95 ປີ (21/06/1925 – 21/06/22020), ຕອນຄໍ່າວັນທີ 12 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ແລະ ອວຍພອນນັກຂ່າວສໍານັກໜັງສືພິມ ເຍິນເຢິນ.
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ຢ້ຽມຢາມ ສໍານັກງານໜັງສື​ພິມ ​ເຍິນ​ເຢິນ  ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 95 ປີ ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢ້ຽມຢາມ ແລະ ອວຍພອນນັກຂ່າວສໍານັກໜັງສືພິມ ເຍິນເຢິນ (ພາບ: TTXVN)

ນະທີ່ນີ້, ທ່ານໄດ້ສະເໜີໃຫ້ການນໍາ, ພະນັກງານ, ນັກຂ່າວ ໜັງສືພິມ ເຍິນເຢິນ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນລໍ້າຄ່າຂອງຕົນ, ສາມັກຄີ, ຮັກສາ ແລະ ພັດທະນາໜັງສືພິມ ເຍິນເຢິນ ໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ. ທ່ານນາຍົກລັດຖະມົນຕີ ກໍສະແດງຄວາມເຊື່ອໝັ້ນວ່າ ໜັງສືພິມ ເຍິນເຢິນ ຈະສືບຕໍ່ເສີມຂະຫຍາຍບົດບາດສໍາຄັນຂອງຕົນໃນໄລຍະຈະມາເຖິງ, ໃນນັ້ນ ມີການລະດົມກໍາລັງໃຈໃຫ້ແກ່ການຈັດຕັ້ງກອງປະຊຸມໃຫຍ່ຂັ້ນຕ່າງໆຂອງພັກ ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຊຸດທີ 13 ຂອງ ພັກກອມມູນິດຫວຽດນາມ; ປະກອບສ່ວນສໍາຄັນເຂົ້າໃນການກໍ່ສ້າງພັກ,ລັດ ແລະ ສ້າງຄວາມສາມັກຄີໃນໝູ່ປະຊາຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ