ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34

(VOVWORLD) - ຕອນບ່າຍວັນທີ 23 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ  ດ້ວຍພັນລະຍາ  ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ມາຮອດ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ຢູ່ ໄທ, ໃນລະຫວ່າງວັນທີ 22 - 23 ມິຖຸນາ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 - ảnh 1ການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ

 ໃນໄລຍະເວລາຢູ່ປະເທດ ໄທ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມບັນດາວາລະປະຊຸມສໍາຄັນທັງໝົດຂອງກອງປະຊຸມ, ລວມມີ ວາລະປະຊຸມຄົບຄະນະ, ພິທີໄຂກອງປະຊຸມ ແລະ ກອງປະຊຸມປິດລັບ ຂອງບັນດາການນໍາ ອາຊຽນ. ທີ່ວາລະຕ່າງໆ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ບັນດາປະເທດ ອາຊຽນ ສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ເພື່ອນໍາມາຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ, ຍູ້ແຮງການປະຕິຮູບລະບອບລະບຽບການ ແລະ ຍົກສູງປະສິດທິຜົນກົງຈັກການເຄື່ອນໄຫວຂອງ ອາຊຽນ.

        ຮ່ວມເດີນທາງນໍາທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃນການເຄື່ອນໄຫວຄັ້ງນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ ໃຫ້ຮູ້ວ່າ:

 “ການກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຢູ່ວາລະກອງປະຊຸມໄດ້ຍົກອອກ ສານຕົ້ນຕໍ 3 ສະບັບ, ທີ່ໜຶ່ງແມ່ນ, ຫວຽດນາມ ສະໜັບສະໜູນ ບັນດາຂໍ້ລິເລີ່ມ, ຂໍ້ສະເໜີຂອງ ໄທ ກ່ຽວກັບການພັດທະນາແບບຍືນຍົງໃນທັງ 3 ເສົາຄ້ຳພັດທະນາ ຂອງ ອາຊຽນ ກໍ່ຄືການພົວພັນ ອາຊຽນ ກັບບັນດາຄູ່ຮ່ວມມື. ທີ່ສອງ, ຫວຽດນາມ ຮຽກຮ້ອງ ແລະ ພ້ອມກັບປະເທດຕ່າງໆ ຍູ້ແຮງຄວາມສາມັກຄີ ເພື່ອສາມາດແກ້ໄຂບັນດາບັນຫາທົ່ວໂລກກໍ່ຄືພາກພື້ນ. ທີ່ສາມ, ປີ 2020 ຫວຽດນາມຈະເປັນປະທານອາຊຽນ, ພ້ອມທັງເປັນສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ”.

    ການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນຮັດແໜ້ນ ແລະ ປັບປຸງຄວາມສາມັກຄີໃນ ປະຊາຄົມ ອາຊຽນ, ເສີມຂະຫຍາຍບົດບາດເປັນໃຈກາງຂອງສະມາຄົມ, ເປີດກວ້າງ ແລະ ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມື ຂອງ ອາຊຽນ ເລິກເຊິ່ງຂຶ້ນຕື່ມ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ