ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກໄປກວດກາວຽກງານການແກ້ໄຂຜົນຮ້າຍຈາກສະພາບນ້ຳຖ້ວມ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ບາງຄອບຄົວທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ  Molave ຢູ່ບັນດາແຂວງ ກວາງງ້າຍ ແລະ ກວາງນາມ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກໄປກວດກາວຽກງານການແກ້ໄຂຜົນຮ້າຍຈາກສະພາບນ້ຳຖ້ວມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປຢື້ຢາມຖາມຂ່າວຄອບຄົວທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ  Molave ຢູ່ແຂວງ ກວາງງ້າຍ

(ພາບ: TTXVN)

ຕອນເຊົ້າວັນທີ 01 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ບາງຄອບຄົວທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ  Molave ຢູ່ບັນດາແຂວງ ກວາງງ້າຍ ແລະ ກວາງນາມ. ທ່ານນາຍົກລັດຖະມົນຕີ ກໍ່ໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ບັນດາຄູອາຈານ ແລະ ນັກຮຽນຢູ່ເມືອງບິ່ງເຊີນ ທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຈາກພາຍຸຫົວດັ່ງກ່າວ.

ເມື່ອໄປຢ້ຽມຢາມພໍ່ແມ່ປະຊາຊົນຢູ່ຕາແສງ ຕາມກວາງ, ເມືອງ ນຸ໊ຍແທັ່ງ, ແຂວງກວາງນາມ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາກຳລັງກອງທັບ, ຕຳຫຼວດ ຈົ່ງຮີບເຮັ່ງໜູນຊ່ວຍປະຊາຊົນ ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ; ພິເສດແມ່ນຍູ້ໄວການຟື້ນຟູພື້ນຖານໂຄງລ່າງຢູ່ບັນດາໂຮງໝໍ, ໂຮງຮຽນ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ແຂວງ ກວາງນາມ ແລະ ເມືອງ ນຸ໊ຍແທັ່ງ ສະຫງວນແຫຼ່ງເງິນໜູນຊ່ວຍຈາກສູນກາງ, ບັນດາແຫຼ່ງເງິນກູ້ຊ່ວຍ ເພື່ອໜູນຊ່ວຍໃຫ້ແກ່ປະຊາຊົນ, ບໍ່ປະໃຫ້ປະຊາຊົນຖືກອຶດຫິວ, ບໍ່ມີບ່ອນຢູ່ອາໄສ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ໄປຢື້ຢາມຖາມຂ່າວບັນດາຜູ້ຮັບບາດເຈັບທີ່ພວມປິ່ນປົວຢູ່ໂຮງໝໍຫຼາຍຂະແໜງແຂວງກວາງນາມ.

ທີ່ບັນດາການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ປາດຖະໜາວ່າ, ອຳນາດການປົກຄອງ ແລະ ປະຊາຊົນຢູ່ບັນດາແຂວງທີ່ຖືກຜົນເສຍຫາຍຍ້ອນພາຍຸ, ນ້ຳຖ້ວມ ຕ້ອງເປັນເຈົ້າການແກ້ໄຂຜົນຮ້າຍຈາກພາຍຸນ້ຳຖ້ວມ, ພ້ອມທັງປະຕິບັດບັນດາມາດຕະການປ້ອງກັນ, ຕ້ານພາຍຸ Goni - ພາຍຸຫົວທີ 10 ແລະ ກໍ່ແມ່ນພາຍຸຫົວໃຫຍ່ທີ່ສຸດນັບແຕ່ຕົ້ນປີ 2020 ມາຮອດປະຈຸບັນໃຫ້ເປັນຢ່າງດີ, ຄາດວ່າຈະພັດເຂົ້າຝັ່ງໃນວັນທີ 04 ພະຈິກ.

ພາຍຫຼັງໄປກວດກາວຽກງານແກ້ໄຂຜົນສະທ້ອນຍ້ອນພາຍຸ, ນ້ຳຖ້້ວມຢູ່ແຂວງ ກວາງງ້າຍ ແລະ ກວາງນາມ. ຕອນບ່າຍວັນທີ 01 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳບັນດາແຂວງທາງພາກກາງ ທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຈາກພາຍຸ Molave.

ຕອບກັບ

ຂ່າວ/ບົດ​ອື່ນ