ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກຕ້ອນຮັບຮອງທ່ານຮອງນາຍົກລັດຖະມົນລາວສົມດີດວງດີ

ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກຕ້ອນຮັບຮອງທ່ານຮອງນາຍົກລັດຖະມົນລາວສົມດີດວງດີ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ​ຫງວຽນ​ຊວນ​ຟຸກ
ຕ້ອນ​ຮັບ​ ທ່ານ ສົມ​ດີ​ ດວງດີ

(vovworld)- ຕອນ​ບ່າຍ​ ວັນ​ທີ 4/8, ທີ່​ການ​ຕ້ອນ​ຮັບ​ ທ່ານ ສົມ​ດີ​ ດວງດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ກະ​ຊວງ​ການ​ເງິນ​ລາວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ​ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ່າ​: ຫວຽດ​ນາມ​ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ປະ​ກອບ​ສ່ວ​ນ​ເຂົ້າ​ໃນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ, ການຮ່ວມ​ມື​ຮອບ​ດ້ານ​ ລະ​ຫວ່າງ ສອງ​ປະ​ເທດ. ເນັ້ນ​ໜັກ​​ວ່າ: ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື ລະ​ຫວ່າງ ​ສອງ​ປະ​ເທດ​ຍັງຫຼວງຫຼາຍ, ເປັນ​ຕົ້ນ​ແມ່ນ​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ  ສະ​ເໜີ ​ລັດ​ຖະ​ບານ​ລາວ ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ທີ່​ພວມ​ລົງ​ທຶນ, ທຳ​ມາ​ຫາ​ກິນ ຢູ່​ລາວ ໃຫ້​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ໄວ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ລາວ, ເປັນ​ຕົ້ນ​ແມ່ນ​ໜູນ​ຊ່ວຍ​ດ້ານ​ພາ​ສີ, ຄ່າ​ທຳ​ນຽມ… ລັດ​ຖະ​ບານກໍ່​ຈະ​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​​ຫວຽດ​ນາມລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ ຢູ່​ລາວ ຢ່າງ​ຕັ້ງ​ໜ້າ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ່​ຖື​ວ່າ​ ສອງ​ຝ່າຍ​ຈຳ​ເປັນ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​​ຄວາມ​ຫຍຸ້ງ​ຍາກ, ສິ່ງທີ່​ຄົງ​ຄ້າງ​ທຸກ​ຢ່າງ ເພື່ອ​ຊຸກ​ຍູ້​ການເຕີບ​ໂຕວົງ​ເງິນ​ກາ​ນ​ຄ້າ​ ສອງ​ຝ່າຍ​ ຫວຽດ​ນາມ-ລາວ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ແຈ້ງວ່າ​: ຫວຽດ​ນາມ​ຕີ​ລາ​ຄາ​ສູງ​ ຂໍ້​ຕົກ​ລົງ​ການຮ່ວມ​ມື ລະ​ຫວ່າງ ສອງ​ກະ​ຊວງ​ການ​ເງິນ​ ​ທີ່ບັນ​ລຸ​ໄດ້ ໃນ​ການ​ຢ້​ຽມ​ຢາມ ຫວຽດ​ນາມ​ໃນ​ຄັ້ງ​ນີ້ ​ຂອງ​ຄະ​ນະ​ຜູ້​ແທນ​ລາວ; ພ້ອມ​ທັງ ​ສະ​ເໜີ​ ສອງຝ່າຍ​ສ້າງ​ແຜນ​ການ​ຮ່ວມ​ມື​ທຸກ​ປີ, ເປັນ​ຕົ້ນ​ແມ່ນ​ກ່ຽວ​ກັບ​ດ້ານນະ​ໂຍ​ບາຍ​​ການ​ເ​ງິນ.

 

ຂ່າວ/ບົດ​ອື່ນ