ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກເຈລະຈາກັບທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison

(VOVWORLD) -ໃນຕອນເຊົ້າວັນທີ 23 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ Scott Morrison ໄດ້ດຳເນີນການເຈລະຈາ.

ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກເຈລະຈາກັບທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບ ທ່ານນາຍົກລັດຖະມົນຕີ Scott Morrison

(ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ແລະ ພັນລະຍາ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 22 – 24 ສິງຫາ. ພາຍຫຼັງພິທີຕ້ອນຮັບນາຍົກລັດຖະມົນຕີອົດສະຕາລີ ແລະ ພັນລະຍາຢ່າງເປັນທາງການ ເຊິ່ງໄດ້ດຳເນີນໄປຢ່າງສົມກຽດຢູ່ທຳນຽບປະທານປະເທດ ໃນຕອນເຊົ້າວັນທີ 23 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ Scott Morrison ໄດ້ດຳເນີນການເຈລະຈາ.

ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກເຈລະຈາກັບທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison - ảnh 2 2 ຝ່າຍດຳເນີນການເຈລະຈາ

(ພາບ: TTXVN)

ທີ່ການເຈລະຈາ, ເມື່ອແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ, ການນຳ 2 ທ່ານໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາຢ່າງແຮງ, ຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນຂອງການພົວພັນລະຫວ່າງຫວຽດນາມ - ອົດສະຕາລີ ໃນໄລຍະຜ່ານມາ; ຖືວ່າ ການພົວພັນລະຫວ່າງ 2 ປະເທດແມ່ນອຸດົມສົມບູນທີ່ສຸດ ແລະ ຍັງມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຫຼາຍຢ່າງທີ່ຄວນໄດ້ຮັບການຂຸດຄົ້ນ.

        2 ຝ່າຍໄດ້ເຫັນດີສ້າງຍຸດທະສາດຮ່ວມມືທາງດ້ານເສດຖະກິດເພີ່ມທະວີ ດ້ວຍເປົ້າໝາຍຢືນໃນ top 10 ຄູ່ຮ່ວມມືດ້ານການຄ້າແຖວໜ້າຂອງກັນ ແລະ ເພີ່ມທະວີການລົງທຶນ 2 ສົ້ນໃຫ້ຂຶ້ນທົບ 2 ເທົ່າ, ສົ່ງເສີມການດຳເນີນກອງປະຊຸມຄັ້ງທີ 1 ຂັ້ນລັດຖະມົນຕີ ກ່ຽວກັບຄູ່ຮ່ວມມື ຮ່ວມມືເສດຖະກິດຫວຽດນາມ - ອົດສະຕາລີ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ ກໍຄືການຮ່ວມມືພັດທະນາ, ກຳແໜ້ນບັນດາກາລະໂອກາດດີຈີຕອນ, ໃນນັ້ນມີເສດຖະກິດດີຈີຕອນ ແລະ ລັດຖະບານເອເລັກໂຕນິກ… 2 ຝ່າຍກໍ່ເຫັນດີນຳກັນສູ້ຊົນນຳວົງການຄ້າສິນຄ້າ 2 ສົ້ນໃຫ້ຂຶ້ນລະດັບ 10 ຕື້ USD ໃນປີ 2020.

        2 ຝ່າຍເຫັນດີເປັນເອກະພາບໂດຍຖືວ່າ, ການຮ່ວມມື 2 ຝ່າຍດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ນັບມື້ນັບບັນລຸໄດ້ປະສິດທິຜົນ ແລະ ແທດຈິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ 2 ຝ່າຍເປີດກວ້າງການຮ່ວມມືໄປສູ່ບັນດາຂົງເຂດທ່ີມີຄວາມສາມາດບົ່ມຊ້ອນຄື: ອຸດສາຫະກຳປ້ອງກັນຊາດ, ຄວາມປອດໄພທາງເຄືອຂ່າຍອີນເຕີແນັດ… ນອກນັ້ນ, ນາຍົກລັດຖະມົນຕີ 2 ທ່ານກໍ່ໄດ້ເນັ້ນໜັກເຖິງການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ ຜ່ານການພັດທະນາບັນດາຂົງເຂດຮ່ວມມືດ້ານການສຶກສາ, ວັດທະນະທຳ, ທ່ອງທ່ຽວ…

        ນາຍົກລັດຖະມົນຕີ 2 ທ່ານກໍ່ໄດ້ສຸມໃສ່ແລກປ່ຽນບັນດາບັນຫາຍຸດທະສາດ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ເມື່ອແລກປ່ຽນກ່ຽວກັບບັນຫາຢູ່ທະເລຕາເວັນອອກ, ນາຍົກລັດຖະມົນຕີ 2 ທ່ານໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປຢູ່ທະເລຕາເວັນອອກ, ລວມທັງການຫັນເປັນການທະຫານ ແລະ ການຖົມດິນເປັນເກາະຢູ່ບັນດາໂຄງສ້າງທີ່ພວມຂັດແຍ້ງກັນ ກໍຄືກີດຂວາງບັນດາໂຄງການນ້ຳມັນອາຍແກັດ ທີ່ໄດ້ຜັນຂະຫຍາຍມາແຕ່ດົນນານຢູ່ທະເລຕາເວັນອອກ. ການນຳ 2 ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມເສລີໃນການເດີນທະເລ ແລະ ການບິນ, ເຄົາລົບກົດໝາຍສາກົນ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍ. ການນຳ 2 ທ່ານໄດ້ຢືນຢັນຄືນໃໝ່ວ່າ ບັນດາປະເທດຄວນສືບຕໍ່ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນາບຂູ່ນຳໃຊ້ອາວຸດ ຫຼື ນຳໃຊ້ອາວຸດ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງບັນດາກົນໄກແກ້ໄຂການຂັດແຍ້ງກັນຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS) ແລະ ຮຽກຮ້ອງບັນດາຝ່າຍເຄົາລົບ ແລະ ປະຕິບັດບັນດາຂໍ້ຕົກລົງທີ່ໄດ້ປະກາດໃຊ້ດ້ວຍບັນດາກົນໄກດັ່ງກ່າວ. ການນຳ 2 ທ່ານໄດ້ຢືນຢັນຄືນໃໝ່ຄວາມສຳຄັນຂອງການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. ນາຍົກລັດຖະມົນຕີ 2 ທ່ານໄດ້ຮຽກຮ້ອງໃຫ້ກົດແຫ່ງການປະພຶດລະຫວ່າງອາຊຽນ ແລະ ຈີນ ຄວນໄດ້ປະຕິບັດຢ່າງຄົບຖ້ວນຕາມກົດໝາຍສາກົນ, ໂດຍສະເພາະແມ່ນ UNCLOS.

ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 5 ສະບັບລະຫວ່າງ 2 ປະເທດ. ນາຍົກລັດຖະມົນຕີ 2 ທ່ານກໍ່ໄດ້ພົບປະກັບສື່ມວນຊົນ 2 ປະເທດ ແລະ ສາກົນ ເພື່ອແຈ້ງໃຫ້ຊາບກ່ຽວກັບໝາກຜົນການພົບປະເຈລະຈາ. ທີ່ການພົບປະກັບສື່ມວນຊົນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າເຫັນດີນຳກັນວ່າ ຈະລົບລ້າງບັນດາຮົ້ວກີດຂວາງດ້ານການຄ້າ, ສືບຕໍ່ມີບັນດານະໂຍບາຍສົ່ງເສີມ, ໜູນຊ່ວຍວິສາຫະກິດຂອງ 2 ປະເທດລົງທຶນເຂົ້າແຕ່ລະປະເທດ, ສູ້ຊົນຍົກວົງເງິນການຄ້າສິນຄ້າຈາກລະດັບເກືອບ 8 ຕື້ USD ໃນປີ 2018 ໃຫ້ຂຶ້ນເຖິງລະດັບ 10 ຕື້ USD ໃນປີ 2020. ຂ້າພະເຈົ້າຊົມເຊີຍບັນດາວິສາຫະກິດແຖວໜ້າຂອງອົດສະຕາລີມາຊອກຫາກາລະໂອກາດຮ່ວມມືດຳເນີນທຸລະກິດ, ລົງທຶນຢູ່ຫວຽດນາມ. ລັດຖະບານຫວຽດນາມ ຕີລາຄາສູງເລື່ອງ ອົດສະຕາລີ ສືບຕໍ່ສະຫງວນບຸລິມະສິດ ODA ແລະ ໃຫ້ຄຳໝັ້ນສັນຍາຈະນຳໃຊ້ແຫຼ່ງທຶນໜູນຊ່ວຍທີ່ລ້ຳຄ່ານີ້ຢ່າງມີປະສິດທິຜົນ.”

        ສ່ວນທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ໃຫ້ຮູ້ວ່າ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນຫາຢູ່ພາກພື້ນ ແລະ ສາກົນ. ພ້ອມກັນນັ້ນແມ່ນແລກປ່ຽນບັນດາບັນຫາກ່ຽວຂ້ອງເຖິງການໄປມາຢ່າງເສລີທາງທະເລ, ການບິນໃນພາກພື້ນ. ນີ້ແມ່ນບັນດາເງື່ອນໄຂສຳຄັນພິເສດເພື່ອຊ່ວຍໃຫ້ບັນດາປະເທດໃນພາກພື້ນສາມາດພັດທະນາບັນດາກາລະໂອກາດຂອງຕົນໃຫ້ດີທີ່ສຸດ ແລະ ສຸດຂີດ, ຮັບປະກັນໃຫ້ແກ່ພາກພື້ນມີສັນຕິພາບ, ວັດທະນາຖາວອນ ແລະ ສະຖຽນລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ