ທ່ານນາຍົກລັດຖະມົນຕີເປັນປະທານກອງປະຊຸມຄັ້ງທີ 9 ຄະນະຊີ້ນຳແຫ່ງລັດກ່ຽວກັບບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງບັນດາເຈົ້າຂອງລົງທຶນ, ບັນດາຄະນະຄຸ້ມຄອງໂຄງການ, ຜູ້ຮັບເໝົາໄດ້ມານະພະຍາຍາມຜັນຂະຫຍາຍເພື່ອຮັບປະກັນຄວາມຄືບໜ້າຂອງບັນດາໂຄງການ
ທ່ານນາຍົກລັດຖະມົນຕີເປັນປະທານກອງປະຊຸມຄັ້ງທີ 9 ຄະນະຊີ້ນຳແຫ່ງລັດກ່ຽວກັບບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ)

        ຕອນເຊົ້າວັນທີ 16 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 9 ຄະນະຊີ້ນຳແຫ່ງລັດກ່ຽວກັບບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ.

        ກ່າວຄຳເຫັນເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງບັນດາເຈົ້າຂອງລົງທຶນ, ບັນດາຄະນະຄຸ້ມຄອງໂຄງການ, ຜູ້ຮັບເໝົາ, ຫົວໜ່ວຍໃຫ້ຄຳປຶກສາ ທີ່ດ້ຕັດສິນໃຈ, ມານະພະຍາຍາມຜັນຂະຫຍາຍເພື່ອຮັບປະກັນຄຸນນະພາບ ແລະ ຄວາມຄືບໜ້າຂອງບັນດາໂຄງການ; ບັນດາທ້ອງຖິ່ນໄດ້ປະຕິບັດວຽກງານບຸກເບີກໜ້າພຽງ, ສົມທົບກັບບັນດາເຈົ້າຂອງລົງທຶນໃນການແກ້ໄຂບັນດາບັນຫາເກີດຂຶ້ນໃນວິວັດການກໍ່ສ້າງເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາເຈົ້າຂອງລົງທຶນຕ້ອງເອົາໃຈໃສ່, ລະດົມກຳລັງໃຈຕໍ່ບັນດາກຳມະກອນ, ວິສາວະກອນເຮັດວຽກໃນຕະຫຼອດເວລາບຸນເຕັດຢ່າງທັນການ; ບັນດາທ້ອງຖິ່ນເອົາໃຈໃສ່ເຖິງການດຳລົງຊີວິດຂອງປະຊາຊົນທີ່ຍົກຍ້າຍມາເຂດຕັ້ງຖິ່ນຖານຄືນໃໝ່, ຮັບປະກັນວ່າ ບ່ອນຢູ່ອາໄສໃໝ່ແມ່ນທຽບເທົ່າ ຫຼື ດີກວ່າບ່ອນຢູ່ອາໄສເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ