ທ່ານນາຍົກລັດຖະມົນຕີເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກວາງງ້າຍ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຮັບຮູ້ບັນດາຜົນງານເຊິ່ງແຂວງ ກວາງງ້າຍ ບັນລຸໄດ້ໃນປີຜ່ານມາ.
ທ່ານນາຍົກລັດຖະມົນຕີເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກວາງງ້າຍ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງກວາງງ້າຍ)

        ຕອນບ່າຍວັນທີ 01 ມັງກອນ, ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງງ້າຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງກວາງງ້າຍ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຮັບຮູ້ບັນດາຜົນງານເຊິ່ງແຂວງ ກວາງງ້າຍ ບັນລຸໄດ້ໃນປີຜ່ານມາ. ທາງແຂວງບັນລຸໄດ້ ແລະ ລື່ນກາຍຄາດໝາຍເສດຖະກິດສັງຄົມ 25/25 ຄາດໝາຍ, ຍອດຜະລິດຕະພັນພາຍໃນບໍລິເວນ (GRDP) ທົ່ວແຂວງເພີ່ມຂຶ້ນ 8,08%, ຂອບຂະໜາດເສດຖະກິດຢືນອັນກັບທີ 1/14 ເຂດທາງທິດເໜືອພາກກາງ ແລະ ເຂດແຄມຝັ່ງທະເລທາງພາກກາງ.

        ປີ 2023, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ແຂວງ ກວາງງ້າຍ ສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ມີການກະທຳຢ່າງຂ້ຽວຂາດ, ບັນລຸປະສິດທິຜົນ, ສູ້ຊົນບັນລຸໝາກຜົນສູງສຸດຂອງໜ້າທີ່ປີ 2023 ແລະ ແຜນການພັດທະນາເສດຖະກິດ, ສັງຄົມໄລຍະ 2021 – 2025. ທ່ານນາຍົກລັດຖະມົນຕີໃສ່ໃຈເປັນພິເສດໃຫ້ທາງແຂວງ ຕ້ອງຍູ້ແຮງການຫັນປ່ຽນໂຄງປະກອບເສດຖະກິດ ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ ໂດຍອີງໃສ່ວິທະຍາສາດ ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ ເພື່ອສ້າງບາດກ້າວບຸກທະລຸກ່ຽວກັບສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແຮງແກ່ງແຍ້ງ. ພ້ອມທັງ, ອະນຸລັກຮັກສາ, ເສີມຂະຫາຍບັນດາຄຸນຄ່າປະຫວັດສາດ ແລະ ບັນດາມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າ ແລະ ມະນຸດຂອງ ກວາງງ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ