ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນຕ້ອນຮັບເລຂາທິການໃຫຍ່ພັກແຮງງານເມກຊິກໂກ

ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນຕ້ອນຮັບເລຂາທິການໃຫຍ່ພັກແຮງງານເມກຊິກໂກ - ảnh 1
ທ່ານ ຫງວຽນ​ແທ່ງລອງ ແລະ
ທ່ານ Alberto Anaya Gutierez
(ພາບ: VOH)

vovworld - ຕອນ​ບ່າຍ​ວັນ​ທີ 8/9, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ພັກແຮງງານ ​ເມກ​ຊິກ​ໂກ ​ໂດຍ ທ່ານ Alberto Anaya Gutierez ເລຂາ​ທິ​ການ​ໃຫຍ່ ນຳໜ້າ, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ຫວຽດນາມມ ທ່ານ ຫງວຽນ​ແທ່ງລອງ ປະທານ ຄະນະ​ກຳມະການ​ປະຊາຊົນ ນະຄອນ ​ໂຮ່ຈີ​ມິນ ​ແນ​ະນຳ​ກ່ຽວກັບບັນດາ​ໝາກ​ຜົນດ້ານ​ເສດ​ຖະກິດ - ສັງຄົມ ​ເຊິ່ງ ປະຊາຊົນນະຄອນ​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ທ່ານ ຫງວຽນ​ແທ່ງລອງ ຢືນຢັນ​ວ່າ ອົງຄະ​ນະ​ພັກ ​ແລ​ະ ປະຊາຊົນນະຄອນ​ ໂຮ່ຈີ​ມິນ ປາກ​ຖະໜາວ່າ ພັກອອກແຮງງານ ​ເມກ​ຊິກ​ໂກ ຈະ​ສືບຕໍ່ຍູ້​ແຮງ ​ແລະ ຫັນບັນດາ​ເຄື່ອນ​ໄຫວຮ່ວມ​ມື​ໃຫ້​ປະກົດ​ຜົນ​ຕົວ​ຈິງກັບ​ພັກ​ກອມ​ມຸນິດ​ຫວຽດນາມ​ເວົ້າ​ລວມ ​ແລະ ອົງຄະ​ນະ​ພັກນະຄອນ ໂຮ່ຈີ​ມິນ​ ເວົ້າ​ສະ​​ເພາະ​, ​​ເພື່ອ​ແນໃສ່ຊຸກຍູ້​ຄວາມເຂົ້າອົກເຂົ້າໃຈ, ຄວາມ​ສາມັກຄີ ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ລວມລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ​ ເມກ​ຊິກ​ໂກ.

ສ່ວນ​ທ່ານ Alberto Anaya Gutierez ເລຂາ​ທິ​ການ​ໃຫຍ່ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ ​ໄດ້​ຕີ​ລາຄາ​ສູງ ບົດບາດ ​ແລະ ທີ່​ຕັ້ງ​ຂອງ ນະຄອນ ໂຮ່ຈີ​ມິນ ​ໃນ​ການຕໍ່ສູ້​ປົກ​ປ່ອຍປະ​ເທດ​ຊາດ​ໃນເມື່ອກ່ອນ ​​ແລະ ​ໃນ​ໄລຍະ​ກໍ່ສ້າງ​ພັດທະນາ ​ຫວຽນາມ ​ໃນປະຈຸ​ບັນ.

ຂ່າວ/ບົດ​ອື່ນ