ທ່ານ​ປະ​ທານຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ​ວັນ​ບຸນ ຄຼິດ​ສ​ມາດ 2021

(VOVWORLD) -ເນື່ອງໃນໂອກາດວັນບຸນຄຼິດສມາດປີ 2021, ທ່ານ ໂດ໊ວັນຈ໊ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ  ໄດ້ສົ່ງຈົດໝາຍອວຍພອນຜູ້ມີຍົດສັກຕຳແໜ່ງນັກບວດ ພ້ອມດ້ວຍພໍ່ແມ່ພີ່ນ້ອງຊາວຄຼິດ ຫວຽດນາມ ທຸກຖ້ວນໜ້າຈົ່ງຕ້ອນຮັບວັນບຸນຄຼິດສມາດດ້ວຍຄວາມປອດໄພຜາສຸກ, ອົບອຸ່ນ ແລະ ເຕັມໄປດ້ວຍພຣະຄຸນຂອງພຣະຜູ້ເປັນເຈົ້າ.

ໃນຈົດໝາຍສະບັບດັ່ງກ່າວ, ທ່ານ ໂດ໊ວັນຈ໊ຽນ ເນັ້ນໜັກວ່າ ວັນບຸນຄຼິດສມາດປີນີ້ ຖືກດຳເນີນໃນສະພາບທີ່ໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນ ແລະ ອັນຕະລາຍ. ທ່ານກໍຮັບຮູ້ ແລະ ຕີລາຄາສູງຕໍ່ການປະກອບສ່ວນຂອງພໍ່ແມ່ພີ່ນ້ອງຊາວຄຼິດ ແລະ ໂປແຕັດສະຕັງ ທີ່ມີຕໍ່ປະເທດໃນການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ພ້ອມທັງເຊື່ອໝັ້ນວ່າ ສະມາຄົມສາສະໜາຄຼິດ, ພໍ່ແມ່ພີ່ນ້ອງຊາວຄຼິດ ແລະ ໂປແຕັດສະຕັງ ຫວຽດນາມ ຍາມໃດກໍເສີມຂະຫຍາຍມູນເຊື້ອຮັກຊາດ, ຜູກພັນ, ຮ່ວມເດີນທາງພ້ອມກັບຊາດ ແລະ ສາມັກຄີກວ່າອີກ; ສືບຕໍ່ເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ດ້ວຍຈິດໃຈ “ຮັບມືຢ່າງປອດໄພ, ຄ່ອງຕົວ, ມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ”, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ.


ຕອບກັບ

ຂ່າວ/ບົດ​ອື່ນ